ອົງການອະນາໄມໂລກ (WHO) ມີຄວາມລະມັດລະວັງຕໍ່ກັບໄຂ້ຫວັດໝູສາຍພັນໃໝ່ ເກີດຂຶ້ນຢູ່ຈິນ

ໂຄສົກຂອງອົງການອະນາໄມໂລກ Christian Lindmeier, ປະກາດວ່າ ອົງການອະນາໄມໂລກຈະຄົ້ນຄວ້າຢ່າງລະອຽດຖີ່ຖ້ວນຕໍ່ບົດລາຍງານຂອງຈີນກ່ຽວກັບເຊື້ອໄວຣັດໄຂ້ຫວັດ ສາຍພັນໃໝ່ທີ່ພົບເຫັນຢູ່ໃນໝູ.

ໃຫ້ສຳພາດຕໍ່ນັກຂ່າວ ທີ່ ເຊີແນວ ປະເທດ ເຊີວິດສະແລນ, ທ່ານ Lindmeier ໃຫ້ຮູ້ວ່າ ອົງການອະນາໄມໂລກຈະຄົ້ນຄວ້າຢ່າງລະອຽດບົດລາຍງານຂອງຈີນ ກ່ຽວກັບເຊື້ອໄວຣັດສາຍພັນໃໝ່. ທ່ານເນັ້ນວ່າ ສິ່ງທີ່ສຳຄັນທີ່ສຸດໃນເວລານີ້ກໍຄື ຕ້ອງຮ່ວມມືກັນຄົ້ນຄວ້າ ເຊື້ອໄວຣັດສາຍພັນໃໝ່ດັ່ງກ່າວ ແລະ ລົງກວດກາຕົວຈິງຈຳນວນໝູຕິດເຊື້ອ.

ອີງຕາມການຄົ້ນຄວ້າ ທີ່ໄດ້ປະກາດອອກໃນວັນທີ 29 ມີຖຸນາໃນວາລະສານວິທະຍາສາດ PNAS ຂອງສະຫະລັດ, ບັນດານັກວິທະຍາສາດຂອງຈີນ ໄດ້ຄົ້ນພົບເຊື້ອໄວຣັດໄຂ້ຫວັດໝູສາຍພັນໃໝ່ ນັ້ນ ອາດຈະເກີດເປັນການລະບາດໃຫ່ຍ.

ໄຂ້ຫວັດໝູສາຍພັນໃໝ່ມີຊື່ວ່າ G4 ມີສາເຫດມາຈາກ ຢີນ(gene) ຈາກສາຍພັນ H1N1 ທີ່ເຄີຍເກີດຂຶ້ນແລ້ວໃນປີ 2009. ບັນດານັກຄົ້ນຄວ້າຮຽກຮ້ອງໃຫ້ນຳໃຊ້ມາດຕະການສຸກເສີນ ເພື່ອຕິດຕາມຜູ້ທີ່ເຮັດວຽກຕິດພັນກັບໝູ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ dnrtv)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ