ບໍ່ຕາຍຍ້ອນໄວຣັດ ແຕ່ພັດເສຍຊີວິດຍ້ອນອຸປະຕິເຫດ

ໂດຍ: ທິດກໍ່າ
ແຫລ່ງຂ່າວຈາກກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ໃນເດືອນພຶດສະພາ 2020 ຜ່ານມາ, ພຽງເດືອນດຽວມີຄົນຕາຍຍ້ອນອຸປະຕິເຫດເຖິງ 46 ຄົນ. ນັ້ນກໍໝາຍຄວາມວ່າ: ຖ້າພວກເຮົາມາບວກລົບຄູນຫານສະເລ່ຍໃສ່ໃນປີໜຶ່ງໆກໍອາດມີເຖິງ 400 ຫາ 500 ກວ່າຄົນຕໍ່ປີ. ນີ້ກໍຖືວ່າມັນເປັນໄພອັນຕະລາຍຮ້າຍກາດຊະນິດໜຶ່ງທີ່ມາທຳລາຍເຜົາຜານຊີວິດອິນຊີຂອງຄົນລາວເຮົາເໝືອນດັ່ງມັດຈຸລາດທີ່ຄອບງຳຕາມຕົວໃນແຕ່ລະວັນ, ແຕ່ລະເດືອນ ແລະ ໃນແຕ່ລະປີຢ່າງບໍ່ລົດລະ. ໃນຕໍ່ໜ້າ ຫລືວ່າ ຍາວນານ ໄພອັນຕະລາຍແບບນີ້ຍັງບໍ່ຮູ້ວ່າມັນຍິ່ງຈະເພີ່ມຂຶ້ນ ຫລືວ່າ ຫລຸດລົງ ເພາະທີ່ມາຂອງຄວາມຫາຍຍານະຍ້ອນອຸປະຕິເຫດນັ້ນມັນຍັງມີຖົມເຖ ແລະ ຫລາຍປັດໄຈ.
ແນວໃດກໍຕາມ, ເທົ່າທີ່ເຄີຍເຫັນສະພາບຕົວຈິງຜ່ານມາ ການເສຍຊີວິດຍ້ອນກໍລະນີອຸປະຕິເຫດມັນກໍເນື່ອງມາຈາກຫລາຍປັດໄຈ ແລະ ຫລາຍສາເຫດດ້ວຍກັນ ເປັນຕົ້ນຍ້ອນເມົາແລ້ວຂັບລົດ, ບັນຫາລະເມີດກົດຈະລາຈອນ, ຍ້ອນຄວາມປະໝາດເລີ້ນເລີ້ ແລະ ອື່ນໆ. ແຕ່ໃນນີ້ ສ່ວນໃຫຍ່ກໍແມ່ນມາຈາກການມືນເມົາແລ້ວຂັບລົດເປັນສະຖິຕິຂ້ອນຂ້າງສູງໃນສັງຄົມບ້ານເຮົາ.
ເມື່ອບໍ່ດົນມານີ້, ອົງການອະນາໄມໂລກກໍໄດ້ແຈ້ງໃຫ້ຮູ້ວ່າ: ໃນແຕ່ລະປີ ເຄື່ອງດື່ມທີ່ມີທາດເຫລົ້າເປັນພາລະທາງເສດຖະກິດທີ່ໜັກໜ່ວງຂອງລາວ ເຊິ່ງກວມເອົາ 2% ແລະ ຫລາຍກວ່າ 3 ແສນຄົນໄດ້ເກີດມີພະຍາດ, ປະມານ 180 ພັນຄົນຕິດເຫລົ້າ ແລະ ຍັງເປັນສາເຫດຫລັກທີ່ພາໃຫ້ເກີດອຸປະຕິເຫດໃນທ້ອງຖະໜົນ ຄືປະມານ 2.360 ກໍລະນີທີ່ເສຍຊີວິດຍ້ອນອຸປະຕິເຫດ. ອົງການອະນາໄມໂລກຍັງຢ້ຳວ່າ: ລາວເຮົາເປັນປະເທດບໍລິໂພກເຄື່ອງດື່ມທີ່ມີທາດເຫລົ້າສູງກວ່າປະເທດອື່ນໆໃນພູມີພາກ.
ຈາກສະພາບ ແລະ ຕົ້ນເຫດທີ່ໄດ້ກ່າວມາຂ້າງເທິງນັ້ນ, ເມື່ອມາປຽບທຽບໃສ່ໄລຍະທີ່ພວກເຮົາເຮັດສົງຄາມຕ້ານໂຄວິດ-19 ແມ່ນມີຄົນຕິດເຊື້ອພຽງ 19 ຄົນ ແລະ ສາມາດປິ່ນປົວໃຫ້ຫາຍດີບໍ່ມີໃຜເສຍຊີວິດຍ້ອນ ແລະ ໃນຈຳນວນທັງໝົດທີ່ກ່າວມານີ້ກໍໄດ້ອອກໂຮງໝໍເປັນທີ່ຮຽບຮ້ອຍແລ້ວ. ມາຮອດໄລຍະປັດຈຸບັນກໍເປັນເວລາ 2 ເດືອນກວ່າທີ່ບໍ່ພົບເຫັນຄົນລາວເຮົາຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ. ໃນວາລະແຫ່ງຊາດທີ່ພວກເຮົາພວມຕ້ານການແຜ່ລະບາດຂອງໂຄວິດ-19 ຢູ່ນັ້ນ, ແທນທີ່ຈະຂາດຫາຍສະພາບຄົນເຈັບ, ຄົນຕາຍຍ້ອນອຸປະຕິເຫດ ແຕ່ກໍຍັງມີປາກົດການຢູ່ບໍ່ຂາດ ໂດຍສະເພາະໃນຕົວເມືອງໃຫຍ່ ແລະ ບາງທ້ອງຖິ່ນ ຈົນກາຍເປັນເລື່ອງປົກກະຕິປະເພນີສຳລັບເມືອງລາວ, ຄົນລາວເຮົາໄປເສຍແລ້ວ.
ເມື່ອຕັ້ງໂຈດກັນວ່າ, ເພື່ອຫລີກລ່ຽງການເຈັບການຕາຍຍ້ອນອຸປະຕິເຫດ ພວກເຮົາຈະແກ້ໄຂແນວໃດ ? ຄຳຕອບໂຈດກໍຄື ສຳລັບຄົນລາວເຮົາແລ້ວມັນເປັນໄປໄດ້ຍາກ ເພາະວ່າມັນຂຶ້ນກັບຫລາຍປັດໄຈເຊັ່ນ: ຄົນລາວເຮົາໃນປັດຈຸບັນ ບໍ່ວ່າຍິງ ຫລື ຊາຍ ສ່ວນຫລາຍພາກັນມັກມ່ວນ, ມັກກິນມັກດື່ມ, ມັກເຫລົ້າ, ມັກເບຍ, ມັກພົບປະສັງສັນ ໄປຫາກັນຍາມໃດຕ້ອງມີກິນມີຫຍ້ຳ ຈົນກາຍເປັນປະເພນີວັດທະນະທຳທີ່ແກະບໍ່ອອກ. ອັນສອງມາ ມັນຂຶ້ນກັບວິຖີຊີວິດຂອງຄົນລາວເຮົາ, ປະເທດລາວເຮົາ ໂດຍສະເພາະຍາມມີບຸນສິນກິນທານ ນັບແຕ່ບຸນນ້ອຍບຸນໃຫຍ່, ງານຜູກແຂນ, ງານດອງ, ບຸນປະເພນີປະຈຳເດືອນປະຈຳປີບໍ່ໄດ້ຂາດ ສະຫລຸບແລ້ວມີແຕ່ບຸນກັບບຸນ. ອັນສາມມາ ການຜະລິດ, ການຈຳໜ່າຍເຄື່ອງດື່ມທີ່ມີທາດເຫລົ້າຢູ່ບ້ານເຮົາມັນມີຢ່າງບໍ່ອັ້ນ ແລະ ມີຄັບທີບ ໄປທາງໃດກໍເຫັນ, ຢູ່ໃສກໍມີ, ຊື້ໄດ້ຢ່າງສະດວກສະບາຍ, ຕົ້ນເຫລົ້າເອົາເອງກໍໄດ້, ດື່ມໄດ້ກິນໄດ້ຕາມໃຈຊອບ. ສ່ວນປັດໄຈອັນສຳຄັນອີກອັນໜຶ່ງກໍຄື ກົດໝາຍຄຸ້ມຄອງທາດເຫລົ້າ ເຖິງວ່າມີແຕ່ຍັງບໍ່ທັນເດັດຂາດເຂັ້ມງວດ. ເວົ້າກັນມາຫລາຍເທື່ອແລ້ວ ແຕ່ມັນຍັງສ້ວຍຄືຫາງຂີ້ໂກະ, ຜູ້ຄຸ້ມຄອງກົດໝາຍກໍພາກັນມັກເຫລົ້າມັກເບຍ ມັນກໍເລີຍລວາດແຂ້ວເຕົ່າ ຈະປັບໄໝໃສ່ໂທດໝູ່ ເບິ່ງໂຕພັດຍັງມັກກ໊ອກນ້ອຍກ໊ອກໃຫຍ່ ຈຶ່ງເຮັດໃຫ້ກົດໝາຍບໍ່ສັກສິດ ເປັນໝັນຢູ່ໃນຕູ້ຄຳພີ. ຈາກປັດໄຈ ແລະ ຕົ້ນເຫດຕ່າງໆທີ່ກ່າວມາທັງໝົດນີ້ລະ ຈຶ່ງເປັນຕົ້ນເຫດໃຫ້ຄົນຕາຍຍ້ອນອຸປະຕິເຫດຈຳນວນບໍ່ໜ້ອຍໃນແຕ່ລະເດືອນແຕ່ລະປີຢ່າງໜ້າວິຕົກສົມຄວນ.
ເຖິງຢ່າງໃດກໍດີ, ເພື່ອຫລີກລ່ຽງຈາກການຕາຍຫລາຍມາເປັນຕາຍໜ້ອຍ ພວກເຮົາກໍພໍມີທາງອອກ ເປັນຕົ້ນເຮົາເອງຕ້ອງເປັນເຈົ້າການປັບປ່ຽນແບບແຜນການດຳລົງຊີວິດແບບໃໝ່ຄື: ປະຢັດຊັດທ່ຽງ, ຫລຸດຜ່ອນຈາກການດື່ມຫລາຍມາເປັນດື່ມໜ້ອຍ, ໃນເວລາເຮົາມືນເມົາກໍບໍ່ຕ້ອງຂັບລົດ, ມີສະຕິໃນການຮັກສາຄວາມປອດໄພໃຫ້ຊີວິດອິນຊີຂອງຕົນເອງ ແລະ ພວກພ້ອງ ແລ້ວທຸກສິ່ງທຸກຢ່າງເຮົາຈະພົ້ນຈາກຄວາມຕາຍຢ່າງແນ່ນອນ.

