ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທະນາຄານຮ່ວມພັດທະນາຈັບມືຮ່ວມກັນເຊື່ອມຕໍ່ການຊໍາລະ

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເຊື່ອມຕໍ່ການຊໍາລະຮ່ວມກັນ ລະຫວ່າງ ທະນາຄານ ຮ່ວມພັດທະນາ ແລະ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນານີ້, ຢູ່ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ, ໂດຍ ທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ ຊີ້ນໍາວຽກງານການຕະຫລາດ ທະນາຄານ ຮ່ວມພັດທະນາ ແລະ ທ່ານ ເຈິນ ມິງ ດຶກ ຮອງອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານ ແຫ່ງ ສປປ ລາວ. ພ້ອມດ້ວຍຜູ້ອໍານວຍການທະນາຄານຮ່ວມພັດທະນາ, ອໍານວຍການ ບໍລິສັດ ສະຕາຟິນເທັກ ແລະ ຄະນະຜູ້ບໍລິຫານທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອຄົ້ນຄ້ວາການຮ່ວມມືໃນການເປີດກ້ວາງການເຂົ້າເຖິງບໍລິການດ້ານການທະນາຄານໃຫ້ສະດວກວ່ອງໄວຍິ່ງຂຶ້ນ ,  ບໍ່ວ່າຈະເປັນລູກຄ້າທີ່ມີບັນຊີກະເປົາເງິນ ເອເລັກໂທນິກຢູມັນນີ u-money ສາມາດໂອນເງິນເຂົ້າບັນຊີໂດຍກົງຂອງທະນາຄານ ຮ່ວມພັດທະນາ ແລະ ບັນຊີທະນາຄານຮ່ວມພັດທະນາກໍສາມາດໂອນເງິນເຂົ້າບັນຊີ ກະເປົາເງິນເອເລັກໂທນິກ u-money ໄດ້ເຊັ່ນດຽວກັນ ເຊິ່ງເຮັດໃຫ້ມີຄວາມງ່າຍຕໍ່ການເຮັດທຸລະກໍາການຊຳລະ ແລະ ການໃຊ້ ບໍລິການຕ່າງໆຂອງທັງສອງຝ່າຍ ບໍ່ວ່າຈະເປັນການໂອນເງິນ,ການຊໍາລະຄ່າບໍລິການຕ່າງໆໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ.ພ້ອມທັງຖືເປັນອີກໜຶ່ງຍຸດທະສາດການພັດທະນາຂອງ ບໍລິສັດ ສະຕາຟິນເທັກຈຳກັດ ແລະ ທະນາຄານ ຮ່ວມພັດທະນາເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄ້ວາການຮ່ວມມືອື່ນໆ ທີ່ເປັນປະໂຫຍດໃນອານາຄົດ.

ໂອກາດນີ້, ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານ ແຫ່ງ ສປປ ລາວ ໄດ້ມີຄຳເຫັນວ່າ:

ປັດຈຸບັນ ສປປ ລາວເຮົາມີກົດໝາຍວ່າດ້ວຍການຊຳລະສະສາງ ເພື່ອເຮັດວຽກດ້ານນີ້ໂດຍສະເພາະ ແລະ ເຮັດໃຫ້ລະບົບການຊຳລະສະສາງໃນທົ່ວປະເທດມີຈຸດສຸມ ແລະ ສາມາດເຊື່ອມຕໍ່ກັນໄດ້ນັບແຕ່ທ້ອງຖິ່ນຫາສູນກາງ, ເຊິ່ງໄດ້ກຳນົດວ່າຜູ້ໃຫ້ບໍລິການຊຳລະຕ່າງໆ, ບໍ່ວ່າຈະເປັນທະນາຄານ ຫລື ບໍ່ແມ່ນທະນາຄານ ແລະ ບໍລິສັດຟິນເທັກ ຈະມີສ່ວນຮ່ວມໃນການພັດທະນາລະບົບການຊຳລະສະສາງໃນ ສປປ ລາວ, ເພື່ອຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການດ້ານການເງິນໄດ້ສະດວກດີຂຶ້ນ.

ບໍລິສັດ ສະຕາ ຟີນເທັກຈຳກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ u-money , ເປັນບໍລິສັດໃນເຄືອຂອງ ບໍລິສັດ ສະຕາ ໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການດ້ານກະເປົາເອເລັກໂທຣນິກຢ່າງເປັນທາງການ, ການໃຫ້ບໍລິການດັ່ງກ່າວ ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າຂອງ unitel ກ່ວາ 3 ລ້ານລູກຄ້າເຂົ້າເຖິງທະນາຄານແບບ ດີຈິຕອນ ໄດ້ຢ່າງງ່າຍດາຍທີ່ສຸດ. ພາຍໃຕ້ສະໂລແກນ “ທະນາຄານເທິງມືຖືຂອງຄົນລາວ” ຈະສືບຕໍ່ ຮ່ວມມືກັບພາກສ່ວນອື່ນໆ ເພື່ອອໍານວຍຄວາມສະດວກ ໃນການນໍາໃຊ້ ທຸລະກໍາທະນາຄານໃນຍຸກແຫ່ງບໍລິການທະນາຄານ ແບບດີຈິຕອນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ