ຣັດເຊຍສະໜັບສະໜູນອິນເດຍເປັນສະມາຊິກຖາວອນ ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ

ລັດຖະບານຣັດເຊຍສະໜັບສະໜູນໃຫ້ອິນເດຍເປັນສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ຫລັງອິນເດຍໄດ້ຮັບເລືອກໃຫ້ເປັນສະມາຊິກບໍ່ຖາວອນຂອງ UNSC ໃນອາທິດຜ່ານມາ ໂດຍທ່ານ ເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດຂອງຣັດເຊຍ ໄດ້ເນັ້ນຈຸດຢືນດັ່ງກ່າວໃນກອງປະຊຸມໄຕພາຕີ RIC Meeting ລະຫວ່າງຣັດເຊຍ, ຈີນ ແລະ ອິນເດຍ ໃນກອງປະຊຸມຜ່ານວິດີໂອຄອນເຟີເຣນວັນທີ 22 ມິຖຸນາຜ່ານມາ.
ປັດຈຸບັນ ອິນເດຍຖືເປັນປະເທດທີ່ມີສ່ວນຊ່ວຍຂັບເຄື່ອນເສດຖະກິດໂລກເປັນສ່ວນຫລາຍ. ນີ້ບໍ່ແມ່ນຄັ້ງທຳອິດທີ່ບັນດາປະເທດສະມາຊິກຖາວອນໃນ UNSC ລວມທັງປະເທດສະມາຊິກໃນສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ສະແດງທ່າທີສະໜັບສະໜູນອິນເດຍໃຫ້ເຂົ້າເປັນສະມາຊິກຖາວອນຂອງ UNSC ຮ່ວມກັບຣັດເຊຍ, ສະຫະຣາຊະອານາຈັກ, ຝຣັ່ງ, ສະຫະລັດອາເມລິກາ ແລະ ຈີນ ທີ່ມີສິດຢັບຢັ້ງມະຕິຕ່າງໆ (Veto) ເຊິ່ງເຢຍລະມັນກໍເປັນອີກໜຶ່ງປະເທດທີ່ມີຂີດຄວາມສາມາດສູງພໍສົມຄວນທີ່ຈະເຂົ້າເປັນສະມາຊິກຖາວອນຂອງ UNSC ໄດ້ເຊັ່ນກັນໃນເວລານີ້.
ໂດຍອິນເດຍຈະເຂົ້າຮັບຕຳແໜ່ງສະມາຊິກບໍ່ຖາວອນຂອງ UNSC ໃນປີ 2021-2022 ຮ່ວມກັນເກນຢາ, ເມັກຊິກ, ໄອແລນ ແລະ ນອກແວ. ຂະນະທີ່ ສະມາຊິກບໍ່ຖາວອນຂອງ UNSC ອີກ 5 ປະເທດທີ່ດຳລົງຕຳແໜ່ງວາລະ 2 ປີ ນັບແຕ່ປີນີ້ (2020-2021) ໄດ້ແກ່ ໄນເຈີ, ຕູນີເຊຍ, ຫວຽດນາມ, ເອສໂຕເນຍ ແລະ ເຊນວິນເຊນ ແລະ ເກຣນາດີນ.

