ໂອກາດຈະເອົາຊະນະຂອງ Joe Bidenໃນການເລືອກຕັ້ງປະທານາທິບໍດີສະຫະລັດ 2020 ເປັນໄປໄດ້ສູງ

EIU ວິເຄາະວ່າ: ປັດໄຈທີ່ສຳຄັນຊ່ວຍໃຫ້ ບັ້ນຮົບຫາສຽງຂອງປະທານາທິບໍດີ ທຣຳ ຈະຊະນະໄດ້ແມ່ນຢູ່ທີ່ບັນຫາເສດຖະກິດຂອງສະຫະລັດນັ້ນເອງ.
ບັນດານັກຊ່ຽວຊານດ້ານເສດຖະກິດ ລ້ວນແຕ່ໃຫ້ຄຳເຫັນໃນທິດທາງດຽວກັນວ່າ: ໂອກາດທີ່ຈະເອົາຊະນະການເລືອກຕັ້ງປະທານາທິບໍດີຂອງ ທຣຳ ໃນເດືອນພະຈິກ 2020 ນີ້ ກຳລັງຊັ່ງຊາໄດ້ອ່ຽງໄປທາງ Joe Biden ຫຼາຍກວ່າ.
ສຳນັກຂ່າວ CNBC ອ້າງອີງການລາຍງານຂອງໜ່ວຍນັກສືບລັບດ້ານເສດຖະກິດ(EIU) ທີ່ຂຶ້ນກັບ Economist ໃຫ້ຮູ້ວ່າ: ຄວາມຄາດຫວັງການເລືອກຕັ້ງຂອງສະຫະລັດ ໄດ້ຫັນປ່ຽນຢ່າງໄວວາ ໃນຊຸມເດືອນທີ່ຜ່ານມາ. EIU ເນັ້ນວ່າ: ທ່າໄດ້ປຽບຂອງ Joe Biden ກຳລັງປະຫ່າງຄູ່ແຂ່ງ ທຣຳ.
ໃນຕົ້ນປີນີ້, ໃນຂະນະທີ່ເສດຖະກິດຂອງສະຫະລັດກຳລັງເຕີບໂຕນັ້ນ
ປະທານາທິບໍດີ ທຣຳ ແມ່ນໄດ້ປຽບຫຼາຍກວ່າ. ແຕ່ໃນຂະນະນີ້, ບັນດາເຫຼົ່າຊ່ຽວຊານດ້ານເສດຖະກິດຢືນຢັນວ່າ: ທຸກສິ່ງທຸກຢ່າງໄດ້ປ່ຽນແປງ ຈາກການລະບາດຂອງພະຍາດໂຄວິດ-19, ການຫຼຸດລົງຂອງເສດຖະກິດ ແລະ ສະຖານະການຄວາມວຸ້ນວາຍພາຍໃນຂອງສະຫະລັດ ທີ່ຂີ້ຮ້າຍທີ່ສຸດໃນຮອບ 50 ປີທີ່ຜ່ານມາ.
ບົດລາຍງານສະບັບໜຶ່ງເນັ້ນວ່າ: “ການທີ່ ທຣຳ ມີປະຕິກິລິຍາຕໍ່ສອງວິກິດການຂ້າງເທິງນັ້ນ ສະແດງໃຫ້ເຫັນຈຸດອ່ອນໃນການຊີ້ນຳນຳພາຂອງເຂົາ, ການນຳພາຂອງເຂົາບໍ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນເທົ່າທີ່ຄວນ ອັນໄດ້ສົ່ງຜົນສະທ້ອນເຖິງການລົງເລືອກຕັ້ງຂອງເຂົາ, ໃນຂະນະດຽວພັກປະຊາທີ່ປັດກຳລັງຢູ່ໃນທ່າໄດ້ປຽບຫຼາຍກວ່າ”.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ soha)

