ກອງກຳລັງພິທັກແຫ່ງຊາດ ສະຫະລັດ ປ້ອງກັນຮູບປັ້ນ ໃນ ວໍຊິງຕັນ

ນັກຮົບພິທັກແຫ່ງຊາດປະມານ 400 ນາຍໃນນະຄອນ ວໍຊິງຕັນ ຖືກລະດົມໃຫ້ໄປປ້ອງກັນບັນດາຮູບປັ້ນທີ່ເປັນປະຫວັດສາດໃນນະຄອນວໍຊິງຕັນໄວ້ ຈາກຂະບວນການປະທ້ວງຢູ່ໃກ້ກັບ ທຳນຽບຂາວ.

ກອງທັບພິທັກແຫ່ງຊາດຂອງສະຫະລັດ ໃນວັນທີ 24 ມີຖຸນານີ້ ໃຫ້ຮູ້ວ່າ ການລະດົມກຳລັງແບບນີ້ ແມ່ນປະຕິບັດຕາມຄຳສັ່ງຂອງລັດຖະມົນຕີກະຊວງພາຍໃນຂອງສະຫະລັດ. “ພວກເຂົາຈະຊ່ວຍໜູນໃຫ້ກຳລັງຂອງເຈົ້າໜ້າທີ່ຕຳຫຼວດ ເພື່ອປ້ອງກັນບັນດາຮູບປັ້ນທີ່ສຳຄັນໃນວໍຊິງຕັນໄວ້ບໍ່ໃຫ້ຖືກທຳລາຍ” ນາຍທະຫານຄົນໜຶ່ງທີ່ບໍ່ປະສົງອອກຊື່ ກ່າວ.

ຄຳສັ່ງຂະຫຍາຍກຳລັງພິທັກຮັກສາຮູບປັ້ນໃນວໍຊິງຕັນ ມີຂຶ້ນໃນຂະນະທີ່ມີຂະບວນການປະທ້ວງຫູ້ມລ້ອມຮູບປັ້ນ Andrew Jackson ປະທານາທິບໍດີ ຄົນທີ 7 ຂອງສະຫະລັດ. ຜູ້ປະທ້ວງໄດ້ສີດນໍ້າສີໃສ່ຮູບປັ້ນວ່າ: “ເພັດສະຄາດຂ້າຄົນ”.

ໃນຂະນະດຽວກັນ ເຈົ້າຄອງນະຄອນ ວໍຊິງຕັນTony Evers ກໍໄດ້ລະດົມທະຫານໄປປ້ອງກັນບັນດາໂຄງການຕ່າງໆທີ່ຢູ່ໃນ ທຳນຽບ Madison ພາຍຫຼັງຜູ້ປະທ້ວງໄດ້ໂຄ່ນຮູບປັ້ນຈຳນວນໜຶ່ງລົງ.

ຂະບວນການປະທ້ວງຄັດຄ້ານຕ້ານການຈຳແນກເຊື້ອຊາດຜິວພັນໄດ້ລຸກລາມບານປາຍຢູ່ໃນສະຫະລັດ ພາຍຫຼັງການຕາຍຂອງ George Floyd ຊາວຜິວສີ ໄດ້ກາຍເປັນເຫດໂຈລະຈົນຢ່າງໜັກໜ່ວງໃນສະຫະລັດ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vnexpress)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ