ລາວ ມີຄວາມເຊື່ອໝັ້ນຕໍ່ແຜນພັດທະນາບຸກຄະລາກອນ ຂອງ ອາຊຽນ

ສຳນັກຂ່າວ TTXVN ໃຫ້ຮູ້ວ່າ ລາວໄດ້ມີຄວາມເຊື່ອໝັ້ນຕໍ່ແຜນການພັດທະນາບຸກຄະລາກອນຂອງປະຊາຄົມອາຊຽນ.

ໃນກອງປະຊຸມທາງໄກຂອງປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 23 ທີ່ໄຂຂຶ້ນໃນວັນທີ 23 ມີຖຸນານີ້ ໂດຍການເປັນປະທານຂອງລັດຖມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງຫວຽດນາມ ດາວຫງອກຢຸງ. ລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະທຳ ແລະ ທ່ອງທ່ຽວຂອງລາວ ທ່ານ ສາດສະດາຈານ ປອ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມສະໜັບສະໜູນຂອງລາວຕໍ່ການປະກາດຂອງອາຊຽນກ່ຽວກັບແຜນການພັດທະນາບຸກຄະລາກອນ ເພື່ອວຽກງານຂອງໂລກທີ່ມີການປ່ຽນແປງ. ເຊື່ອໝັ້ນວ່າແຜນການດັ່ງກ່າວຈະນຳເອົາຜົນປະໂຫຍດມາໃຫ້ປະຊາຊົນໃນຂົງເຂດ.

ໂດຍເປັນໜຶ່ງໃນ 15 ເສົາຄໍ້າຂອງຂະແໜງການກ່ຽວຂ້ອງກັບຫຼາຍຂົງເຂດ, ປະຊາຄົມວັດທະນະທຳ-ສັງຄົມຂອງອາຊຽນ ມີບົດບາດສຳຄັນໃນເມື່ອມີການເຊື່ອມຕໍ່ກັບປະຊາຊົນ ແລະ ຮັບໃຊ້ປະຊາຊົນໂດຍກົງ. ໃນສະຖານະການທີ່ສັງຄົມມີການປ່ຽນແປງຢ່າງໄວວາທາງດ້ານເຕັກນິກ-ວິທະຍາສາດ ແລະ ເທັກໂນໂລຢີ, ບັນຫາພື້ນຖານຂອງສັງຄົມມີການປ່ຽນແປງ, ສັງຄົມຫັນເປັນເຖົ້ານັບມື້ເພີ່ມຂຶ້ນ ແລະ ພະຍາດລະບາດຢ່າງຮ້າຍແຮງ, ໃນລະຫວ່າງກາງຂອງການປ່ຽນຖ່າຍລະຫວ່າງສອງທົດສະວັດນີ້, ໜ້າທີ່ຂອງປະຊາຄົມ ແມ່ນການດັດປັບຄວາມພະຍາຍາມຂອງປະຊາຄົມ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດທີ່ມີຄວາມສຸກ, ຮັບປະກັນສະຖຽນລະພາບ ແລະ ການພັດທະນາເສດຖະກິດ-ສັງຄົມ.

ຂ່າວ: ລູກເມືອງພວນ

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ