ທ່ານ ຮຸນເຊັນ ຍັງຈະກຳອຳນາດຕໍ່ໄປ

ທ່ານນາຍົກລັດຖະມົນຕີ ຮຸນເຊັນ ກຳປູເຈຍ ເວົ້າກັບພັກປະຊາຊົນກຳປູເຈຍ ຊຶ່ງເຂົາເປັນຫົວໜ້າພັກເຂົານັ້ນ ຍັງຈະສືບຕໍ່ກຳອຳນາດ ເປັນໄລຍະດົນ ບໍ່ມີໃຜທີ່ຈະຫຍຸ້ງກ່ຽວກັບບັນຫານັ້ນໄດ້. ທ່ານກ່າວວ່າ: “ໃຜມີຄວາມສາມາດປ່ຽນແທນຂ້ອຍໃນເວລານີ້ ໃຫ້ອອກມາ! ຂ້ອຍຄິດວ່າບໍ່ມີໃຜທັງໝົດ”. ທ່ານກ່າວໃນວັນທີ 22 ມີຖຸນາ ຢູ່ທີ່ສະໜາມບິນໃໝ່ແຫ່ງໜຶ່ງ.

ສຳນັກຂ່າວ  Reuters ໃຫ້ຮູ້ວ່າ: ປັດຈຸບັນພັກຂອງເຂົາ ມີທີ່ນັ່ງໃນສະພາກຳປູເຈຍເຖິງ 125 ທີ່ນັ່ງ. ທ່ານກ່າວວ່າ: “ບໍ່ມີໃຜທັງໝົດ. ຂ້ອຍຮູ້ດີວ່າມີບາງຄົນຢາກຂຶ້ນມາກຳອຳນາດ ແຕ່ຂ້ອຍຄິດວ່າຖ້າຊາດໜ້າສາ. ເມື່ອໃດຍັງມີຮຸນເຊັນ, ຍັງມີພັກປະຊາຊົນກຳປູເຈຍຢູ່ ຜູ້ທີ່ຢາກມາກຳອຳນາດນັ້ນ ຈົ່ງຖ້າໃຫ້ຮອດຊາດໜ້າສາເດີ”.

ທ່ານ ຮຸນເຊັນໄດ້ຍົກເອົາຕົວຢ່າງຂອງການກໍ່ສ້າງຕຶກອາຄານມູນຄ່າ 30 ລ້ານໂດລຢູ່ທີ່ນະຄອນພະນົມເປັນນັ້ນ ເປັນອັນຢັ້ງຢືນໃຫ້ເຫັນວ່າ ພັກປະຊາຊົນກຳປູເຈຍຍັງຈະສືບຕໍ່ເຂັ້ມແຂງ ແລະ ກຳອຳນາດໃນໄລຍະຍາວ. “ຈົ່ງເຂົ້າໃຈວ່າ ບໍ່ແມ່ນ 2 ປີ ຫຼື 3 ປີ ແຕ່ຫາກແມ່ນ 50 ປີ ຫຼື 100 ປີ”.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tuoitre)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ