ຊົມເຊີຍໂຮງຮຽນລ້ຽງເດັກ-ອະນຸບານ ບີເນ້ຍ ບໍ່ເກັບຄ່າຮຽນ 2 ເດືອນຊ່ວງພັກຮຽນປ້ອງກັນໂຄວິດ

ທ່ານ ນາງ ສຸດາພອນ ມອນສະຫວັນ ຜູ້ຮ່ວມກໍ່ຕັ້ງໂຮງຮຽນລ້ຽງເດັກ-ອະນຸບານ ບີເນ້ຍ ໃຫ້ສຳພາດຕໍ່ໜັງສືພິມ ລາວພັດທະນາ ວ່າ: ພາຍຫລັງລັດຖະບານໄດ້ມີແຈ້ງການໃຫ້ໂຮງຮຽນຕ່າງໆນັບແຕ່ລ້ຽງເດັກເຖິງມະຫາວິທະຍາໄລ ໃນທົ່ວປະເທດປິດການຮຽນ-ການສອນຊົ່ວຄາວ ເພື່ອສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍເປັນວົງກວ້າງ.

ດັ່ງນັ້ນ, ໃນໄລຍະເດືອນເມສາ-ພຶດສະພານີ້ ທາງໂຮງຮຽນຈະບໍ່ເກັບຄ່າຮຽນຈາກພໍ່ແມ່ຜູ້ປົກຄອງນັກຮຽນແຕ່ປະການໃດ, ເນື່ອງຈາກນັກຮຽນບໍ່ໄດ້ມາຮຽນ ພ້ອມຍັງໃຫ້ຄູ-ອາຈານກຽມບົດສອນ, ບົດຝຶກຫັດ ແລະ ວຽກບ້ານຕ່າງໆເປັນວີດີໂອລົງຜ່ານເຟສບຸກເພຈໂຮງຮຽນ ເພື່ອໃຫ້ນັກຮຽນສາມາດຕິດຕາມບົດຮຽນຂອງຕົນຜ່ານເຟສບຸກດັ່ງກ່າວບໍ່ໃຫ້ຂາດການຮຽນ-ການສອນ. ນອກນີ້, ທາງໂຮງຮຽນຍັງໄດ້ໃຫ້ເງິນເດືອນແກ່ຄູ-ອາຈານໃນໄລຍະພັກຮຽນ 50% ຂອງເງິນເດືອນອີກດ້ວຍ.

ສຳລັບມາດຕະການປົກປ້ອງພະຍາດໂຄວິດ-19 ຂອງໂຮງຮຽນລ້ຽງເດັກ-ອະນຸບານ ບີເນ້ຍ ຫລັງຈາກໄດ້ເລີ່ມເປີດການຮຽນຄືນໃໝ່ໃນວັນທີ 2 ມິຖຸນານີ້ ທາງໂຮງຮຽນໄດ້ວາງມາດຕະການຄື:

  1. ນັກຮຽນທຸກຄົນຈະຕ້ອງໄດ້ວັດອຸນຫະພູມທຸກຄັ້ງກ່ອນເຂົ້າໂຮງຮຽນ, ກໍລະນີມີອາການສົງໃສຄື ອຸນຫະພູມຫາກເກີນ 37,5 ອົງສາຂຶ້ນໄປແມ່ນຈະໄດ້ກັບໄປພັກຜ່ອນຢູ່ບ້ານເພື່ອຕິດຕາມອາການ.
  2. ໃຫ້ນັກຮຽນລ້າງມືດ້ວຍເຈວຂ້າເຊື້ອ ຫລື ສະບູແຫລວເປັນປະຈໍາພາຍໃນມື້.
  3. ກໍລະນີເດັກມີອາການຫວັດ, ຈາມ ກໍຂໍໃຫ້ຮັກສາຕົວຢູ່ບ້ານຈົນ ກ່ວາຈະຫາຍດີເສຍກ່ອນຈື່ງກັບມາໂຮງຮຽນໄດ້.
  4. ກໍລະນີເດັກຫາກບໍ່ສະບາຍໃນໂມງຮຽນ, ທາງໂຮງຮຽນຈະເເຍກເດັກອອກຕ່າງຫາກ ແລ້ວໃຫ້ຜູ້ປົກຄອງມາຮັບກັບບ້ານທັນທີ.
  5. ຜູ້ປົກຄອງຕ້ອງກຽມຜ້າອັດປາກໃຫ້ເດັກມາເອງ ໃນກໍລະນີທີ່ເດັກເຕັມໃຈໃສ່ຜ້າອັດປາກ.
  6. ຄູ ແລະ ພະນັກງານທຸກຄົນໃນໂຮງຮຽນກໍຕ້ອງໃສ່ຜ້າອັດປາກຕະຫລອດເວລາໃນບໍລິເວນໂຮງຮຽນ.
  7. ໂຮງຮຽນຈະໄດ້ປັບເວລາການກິນອາຫານຂອງແຕ່ລະຫ້ອງເປັນຊົ່ວຄາວ ເພື່ອຫລີກລ້ຽງການຢູ່ຮ່ວມກັນຫລາຍເກີນໄປ.
  8. ກໍລະນີນັກຮຽນໃນຫ້ອງຮຽນໃດຫາກມີຈໍານວນຫລາຍເກີນ 15 ຄົນ, ທາງໂຮງຮຽນອາດຈະໄດ້ແຍກການເຮັດກິດຈະກໍາ, ແຍກຫ້ອງຮຽນ ຫລື ຫ້ອງນອນເປັນການຊົ່ວຄາວ ເພື່ອບໍ່ໃຫ້ແອອັດຈົນເກີນໄປ. ໃນຊ່ວງເວລາທີ່ບາງກຸ່ມ ນັກຮຽນບໍ່ໄດ້ຮຽນນັ້ນ ຄູກໍຈະພາໄປເຮັດກິດຈະກໍາຢູ່ຫ້ອງອື່ນກ່ອນ ແຕ່ໃຫ້ຜູ້ປົກຄອງຫມັ້ນໃຈວ່າທຸກຄົນຈະໄດ້ຮຽນຕາມບົດສອນຢ່າງຄົບຖ້ວນ.
  9. ໃນຊ່ວງນີ້ໂຮງຮຽນອາດຈະໄດ້ຍົກເວັ້ນກິດຈະກໍາທີ່ມີການສໍາພັດກັນໄປກ່ອນເຊັ່ນ: ການຈັບມື, ການກອດເປັນຕົ້ນ.
  10. ສະເໜີໃຫ້ຜູ້ປົກຄອງມາຮັບເດັກໄວຂຶ້ນເພື່ອຫລີກລ້ຽງການສໍາພັດກັນຫລາຍເກີນໄປໃນຊ່ວງລໍຖ້າກັບບ້ານ (ເວລາເລີກຮຽນ 16:30 ໂມງ).
  11. ຂໍຄວາມຮ່ວມມືນໍາຜູ້ປົກຄອງທຸກທ່ານຫລີກລ້ຽງການໄປບ່ອນຊຸມນຸມຊົນທີ່ອາດເກີດຄວາມສ່ຽງຕ່າງໆ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ