ທຣຳ ຍັງສືບຕໍ່ຂູ່ວ່າ ຈະຕັດສາຍສຳພັນທັງໝົດກັບ ຈີນ

ປະທານາທິບໍດີ ທຣຳ ກ່າວເຕືອນວ່າ ສະຫະລັດວ່າ ມີສິດ ທີ່ຈະອອກຈາກເສດຖະກິດຂອງຈີນ ນັບທັງການໃຫ້ຄຳໝັ້ນສັນຍາ ແລະ ຂໍ້ຕົກລົງການຄ້າຮ່ວມກັນກໍຕາມ.

“ສະຫະລັດ ມີຄວາມແນ່ນອນແລ້ວວ່າ ຈະເລືອກເອົານະໂຍບາຍແຍກຕົວອອກຈາກເສດຖະກິດຂອງຈີນຢ່າງຊິ້ນເຊີງ ພາຍໃຕ້ຫຼາຍຮູບການທີ່ແຕກຕ່າງກັນ”- ທຣຳກ່າວ ໃນທະວິດເຕີ ເມື່ອວັນທີ 18 ມີຖຸນານີ້.

ປະທານາທິບໍດີ ທຣຳ ໃຫ້ຮູ້ຕື່ມອີກວ່າ: ເຂົາກຳລັງໃຫ້ຄຳຕອບຕໍ່ ການວິຈານຂອງຜູ້ຕາງໜ້າການຄ້າຂອງເຂົາ ທ່ານ Robert Lighthizer ຫົວໜ້າເຈລະຈາສົງຄາມການຄ້າຂອງສະຫະລັດກັບ ປັກກິງ.

ທ່ານ Robert Lighthizerລາຍງານຕໍ່ກຳມາທິການຂອງສະພາໃນວັນທີ 17 ມີຖຸນານີ້ວ່າ: ມາເຖິງປັດຈຸບັນ ຈີນ ຍັງປະຕິບັດທຸກມາດຕາໃນຂໍ້ຕົກລົງ “ໄລຍະໜຶ່ງ”ເປັນຢ່າງດີ ເພື່ອຫຼຸດຜ່ອນຄວາມເຄັງຕຶງທາງການຄ້າ ແຕ່ການແຍກຕົວຂອງສອງຖານເສດຖະກິດໃຫ່ຍ ໃນປັດຈຸບັນແມ່ນມີຄວາມອາດສາມາດເປັນໄປໄດ້. ທ່ານກ່າວຢໍ້າອີກວ່າ: “ການເລືອກເສັ້ນທາງດັ່ງກ່າວແມ່ນມີຫຼາຍປີກ່ອນໜ້ານີ້ແລ້ວ ແຕ່ຂ້ອຍຄິດວ່າການເລືອກເສັ້ນທາງດັ່ງກ່າວແມ່ນບໍ່ສອດຄ່ອງ ໃນໄລຍະນີ້”.

ທ່ານ Robert Lighthizer ຖືວ່າເປັນຜູ້ໜຶ່ງທີ່ມີນະໂຍບາຍແຂງກ້າວຕໍ່ຈີນ ແລະ ພ້ອມກັນນັ້ນກໍແມ່ນຜູ້ໜຶ່ງທີ່ ວາງແຜນການໃຫ້ແກ່ລັດຖະບານ ທຣຳ ກ່ຽວກັບການ “ສ້າງຕັ້ງຄືນໃໝ່” ອົງການການຄ້າໂລກ. ຕົ້ນຕໍແມ່ນເພື່ອສະກັດກັ້ນນະໂຍບາຍຂອງ ປັກກິງ. ທ່ານກ່າວວ່າ: ອັນນັ້ນມັນເປັນການລ່ວງລະເມີດຂໍ້ກົດໝາຍກ່ຽວກັບການຄ້າເສລີ.

ເຖິງຢ່າງໃດກໍຕາມ ທ່ານຍັງຢືນຢັນວ່າ ສອງຖານເສດຖະກິດຍັກໃຫ່ຍຍັງມີສາຍສຳພັນກັນຢ່າງສະໜິດແໜ້ນ, ໂດຍບໍ່ສົນໃຈກັບການປຸກລົມຂອງທຣຳໃຫ້ຍ້າຍຖານການຜະລິດກັບຄືນສະຫະລັດ.

ໃນລະຫວ່າງເດືອນມັງກອນທີ່ຜ່ານມາ ທຣຳ ໄດ້ລົງນາມຂໍ້ຕົກລົງກັບ ປັກກິງ “ໄລຍະໜຶ່ງ” ເພື່ອຢຸດຕິສົງຄາມການຄ້າ. ໃນຂໍ້ຕົກລົງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ຈີນຊື້ຜະລິດຕະພັນຈາກສະຫະລັດ.

ນອກຈາກເລື່ອງການຄ້າແລ້ວ, ສະຫະລັດຍັງວິພາກວິຈານຈີນເລື່ອງການລະບາດຂອງພະຍາດໂຄວິດ-19, ເລື່ອງກົດໝາຍຄວາມໝັ້ນຄົງຂອງຮົງກົງ…

ຂ່າວ: ລູກເມືອງພວນ

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ