ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ສືບຕໍ່ປະຕິບັດມາດຕະການເພືີ່ອປ້ອງກັນການລະບາດຂອງພະຍາດ COViD-19

ທ່ານ ສົມຊາຍ ສີສະຫວັດ ຮອງຫົວໜ້າພະແນກສຶກສາທິການ-ກິລາແຂວງບໍ່ແກ້ວ ໃຫ້ສຳພາດວ່າ: ໂດຍອີງຕາມແຈ້ງການ ຂອງກະຊວງສຶກສາທິການ-ກິລາ ມາຮອດປະຈຸບັນແຂວງບໍ່ແກ້ວແມ່ນໄດ້ເປີດໂຮງຮຽນທຸກຊັ້ນຮຽນເປັນປົກກະຕິແລ້ວ ເພື່ອໃຫ້ນັກຮງນ-ນັກສຶກສາຈົບຕາມຫຼັກສູດຂອງກະຊວງສຶກສາທິການ-ກິລາ ແຕ່ເພື່ອຮັບປະກັນການປ້ອງກັນພະຍາດ COVID-19. ດັ່ງນັ້ນຈຶ່ງໄດ້ອອກແຈ້ງການແບ່ງຄວາມຮັບຜິດຊອບລົງຕິດຕາມຊຸກຍູ້ຢ່າງໃກ້ຊິດໂດຍສະເພາະໄດ້ແນະນຳ ຜູ້ບໍລິຫານຄູ-ອາຈານ ແລະ ນ້ອງນັກຮຽນເປັນຕົ້ນແມ່ນການຈັດຫ້ອງຮຽນ ແບ່ງຂັ້ນ-ຊັ້ນຮຽນແບ່ງຫ້ອງຮຽນ.

ການຈັດບ່ອນນັ່ງ ໂຕະ-ຕັ່ງແຕ່ລະຄົນຫ່າງກັນ 1 ແມັດຂື້ນໄປ ແລະ ຄູອາຈານນ້ອງນັກຮຽນແຕ່ລະຄົນຕ້ອງໄດ້ໃສ່ຜ້າປິດປາກ-ດັງເວລາພັກຜ່ອນຕ້ອງລ້າງມືດ້ວຍນຳ້ສະອາດໃສ່ສະບູ ຫຼື ເຈວລ້າງມືທຸກຄັ້ງພ້ອມດຽວກັນນັ້ນໄດ້ແນະນຳຄູບໍ່ໃຫ້ນັກຮຽນຈັດກຸ່ມກ້ອນຮ່ວມກັນເວລາພັກຜ່ອນ ຫຼື ຫຼີ້ນກິດຈະກຳຕ່າງໆຖ້າຈັດແມ່ນໃຫ້ເວັ້ນໄລຍະຫ່າງ 1 ແມັດຂຶ້ນໄປ. ການລົງເຄື່ອນໄຫວເກັບກຳຂ່າວຄັ້ງນີ້ແມ່ນການຮ່ວມມືຂອງສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ກະຊວງສາທາລະນະສຸກ ແລະ ອົງການອຸຍນີເຊັບ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ