ສະພາແຫ່ງຊາດຫວຽດນາມລົງຄະແນນສຽງຢຸດຕິການບໍລິການ ຮັບຈ້າງຖາມໜີ້

92,34% ຫຼື ເທົ່າກັບ 446/458 ສຽງຂອງຜູ້ແທນແຫ່ງຊາດຫວຽດນາມ ເຫັນດີໃຫ້ຢຸດຕິການບໍລິການຮັບຈ້າງຖາມໜີ້ ນັບແຕ່ວັນທີ 17 ມີຖຸນານີ້ເປັນຕົ້ນໄປ.

ການປະກອບຄຳຄິດເຫັນໃສ່ຮ່າງກົດໝາຍ ໄດ້ເກີດເປັນສອງທິດທາງແຕກຕ່າງກັນ. ຈຳນວນໜຶ່ງໃຫ້ທັດສະນະວ່າບໍ່ຄວນຫ້າມ “ການບໍລິການຮັບຈ້າງຖາມໜີ້”, ສ່ວນຄຳຄິດເຫັນອີກຝ່າຍໜຶ່ງວ່າ: ບໍ່ຄວນສົງເສີມການບໍລິການດັ່ງກ່າວ. ໃນທີ່ສຸດຄະນະປະຈຳສະພາແຫ່ງຊາດຈຶ່ງໄດ້ຂໍຄຳຄິດເຫັນຈາກສະມາຊິກສະພາແຫ່ງຊາດດ້ວຍການລົງຄະແນນສຽງ ແລະ ຫາງສຽງສ່ວນຫຼາຍ ແມ່ນເຫັນດີໃຫ້ຢຸດຕິຮູບການບໍລິການຮັບຈ້າງຖາມໜີ້ ດ້ວຍຄະແນນເປັນເອກກະສັນ.

ຜູ້ແທນ ຫງວຽນບ້າເຊີນ ຈາກດານັງໃຫ້ເຫດຜົນວ່າ: ຖ້າປະຊາຊົນໄປຖາມໜີ້ ຖືກຕ້ອງຕາມກົດໝາຍ ແຕ່ພັດບໍ່ໄດ້ຄືນຄືນ. ດັ່ງນັ້ນ, ຈຶ່ງເກີດມີການບໍລິການຮັບຈ້າງຖາມໜີ້.

ສະມາຊິກປະຈຳຂອງຄະນະກຳມາທິການປ້ອງກັນຊາດ  ພົນໂທ ຫງວຽນຖິຊວັນ ໄດ້ສະແດງຄວາມເປັນຫ່ວງຕໍ່ການບໍລິການຮັບຈ້າງຖາມໜີ້ ວ່າ: ຕົວຈິງຜ່ານໃຫ້ເຫັນວ່າ ມີບາງບໍລິສັດໄດ້ຈ້າງພວກສັງຄົມມືດໄປຖາມໜີ້ໃຫ້.

ກະຊວງແຜນການ ແລະ ການລົງທຶນຕີລາຄາວ່າ: ການປະກອບສ່ວນເຂົ້າລາຍຮັບເຂົ້າງົບປະມານແຫ່ງລັດຂອງບັນດາຫົວໜ່ວຍທຸລະກິດແບບນີ້ ແມ່ນບໍ່ເທົ່າໃດ.

ພົນໂທ ຫງວຽນມາຍໂບະ ຈາກ ອານຢາງ ກ່າວວ່າ: ບໍ່ອາດສາມາດທີ່ຈະບໍ່ຫ້າມການບໍລິການຮັບຈ້າງຖາມໜີ້ ເພາະພະນັກງານໄປຖາມໜີ້ ລ້ວນແຕ່ແມ່ນຜູ້ສັກລາຍເຕັມໂຕ, ອາວຸດກໍແມ່ນແຕ່ມີດ, ພ້າ… ຮູບການຖາມໜີ້ແມ່ນໃຊ້ຄວາມຮຸນແຮງ, ຂົ່ມຂູ່ໃຊ້ກຳລັງ. ຖ້າຫາກຍັງປະໃຫ້ດຳເນີນການບໍລິການແບບນີ້ຕໍ່ໄປ ຈະສ້າງຄວາມຜະຫວາໃຫ້ແກ່ສັງຄົມ ແລະ ເສຍຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກຳລັງປ້ອງກັນຄວາມສະຫງົບຂອງສັງຄົມ.

ຜູ້ແທນ ເຈິນຮ່ວາງເງິນ ຈາກນະຄອນໂຮ່ຈິມິນກ່າວວ່າ: ຄວນຊອກຮູ້ການບໍລິການແບບນີ້ຈາກບາງປະເທດຕື່ມອີກເຊັ່ນ: ໄທ, ສະຫະລັດ. ພວກເພີ່ນໄດ້ມີການກຳນົດເງື່ອນໄຂສ້າງຕັ້ງ ກໍຄືຂໍ້ກຳນົດໃນການຖາມໜີ້ໄວ້ຢ່າງຈະແຈ້ງ ແລະ ມີມາດຕະຖານຄັກແນ່, ຈົນເຖິງຂັ້ນວ່າກຳນົດວັນເວລາໂທລະສັບຖາມໜີ້ນຳລູກໜີ້ເວລາໃດ.

ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີຢຸງ ອະທິບາຍວ່າ ບັນຫາດັ່ງກ່າວເປັນບັນຫາທີ່ທາງລັດຖະບານໄດ້ຄົ້ນຄວ້າຫຼາຍລົບຫຼາຍຕ່າວ ແລະ ເລິກເຊິ່ງແລ້ວ. ໃນທີ່ສຸດກໍເຫັນດີໃຫ້ຢຸດຕິການບໍລິການຮັບຈ້າງຖາມໜີ້ດ້ວຍຄະແນນສຽງເປັນເອກກະສັນ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວvietnamnet)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ