ເອີຣົບເປີດປະຕູດ່ານຊາຍແດນລະຫວ່າງກັນແລ້ວ

ປະຕູດ່ານຊານແດນເກືອບທັງໝົດຂອງບັນດາປະເທດໃນສະຫະພາບເອີຣົບ ໄດ້ເປີດປະຕູໄປມາຫາສູ່ກັນຢ່າງເປັນທາງການແລ້ວ ພາຍຫຼັງປິດປະຕູເປັນເວລາຫຼາຍເດືອນ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ເລີ່ມແຕ່ວັນທີ 15 ມີຖຸນານີ້, ບັນດາປະເທດໃນສະຫະພາບເອີຣົບເຊັ່ນ: ເຢຍລະມັນ, ຝຣັ່ງ, ແບນຊິກ, ເກຣັກ ໄດ້ເປີດປະຕູດ່ານຊາຍແດນທັງໝົດກັບບັນດາປະເທດໃກ້ຄຽງໃນສະຫະພາບເອີຣົບແລ້ວ, ອັນໄດ້ເຮັດໃຫ້ມີການເຄື່ອນໄຫວໄປມາຢ່າງເສລີ ພາຍຫຼັງແຊ່ແຂງມາເປັນເວລາ 3 ເດືອນຜ່ານມາ ຍ້ອນການລະບາດຂອງພະຍາດໂຄວິດ-19.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tienphong)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ