ຟີລິບປິນເລັ່ງໂຈມຕີກຸ່ມຕິດອາວຸດຢູ່ເມືອງທາງໃຕ້ ຫລັງຜ່ານມາເກືອບເດືອນແລ້ວ
ມາລາວີ 17 ມິຖຸນາ: ກອງທັບຟີລິບປິນໃຊ້ທັງປະຕິບັດການໂຈມຕີທາງອາກາດ ແລະ ການຍິງປືນໃຫຍ່ໂຈມຕີກຸ່ມຕິດອາວຸດທີ່ຍຶດເມືອງມາລາວີ ທາງຕອນໃຕ້ຂອງປະເທດ ໃນວັນທີ 17 ມິຖຸນານີ້, ພາຍຫລັງການສູ້ຮົບຍືດເຍື້ອມາເປັນວລາເກືອບໜຶ່ງເດືອນ ແລະ ມີຜູ້ເສຍຊີວິດເກີນ 300 ຄົນແລ້ວ.
+ ຜູ້ນຳຟີລິບປິນເຜີຍບໍ່ໄດ້ຂໍໃຫ້ອາເມລິກາ ຊ່ວຍຢຸດຕິເຫດຍຶດເມືອງທາງໃຕ້
+ ກອງທັບຟີລິບປິນເຊື່ອເຫດຄວາມບໍ່ສະຫງົບຢູ່ມາລາວີໃກ້ຢຸດແລ້ວ
ນັກຂ່າວປະຈຳພື້ນທີ່ລາຍງານວ່າ: ເຫັນຄວັນລອຍຂຶ້ນ ແລະ ໄຟໄໝ້ຈາກພື້ນທີ່ຍຶດຄອງຂອງກຸ່ມຕິດອາວຸດ ເນື່ອງຈາກກອງກຳລັງທາງອາກາດຂອງກອງທັບຟີລິບປິນປະຕິບັດການສະໜັບສະໜູນກອງກຳລັງພາກພື້ນດິນທີ່ພະຍາຍາມຂັບໄລ່ກຸ່ມຕິດອາວຸດອອກໄປ. ອີກທັງຍັງໄດ້ຍິນສຽງປືນໃຫຍ່ດັງກ້ອງໄປທົ່ວ, ສ່ວນສະຖານີໂທລະພາບ ANC ຢູ່ຟີລິບປິນອ້າງເຈົ້າໜ້າທີ່ທະຫານວ່າ: ເຮືອບິນໄດ້ລຳລຽງທະຫານອີກ 400 ຄົນໄປເພີ່ມກຳລັງຢູ່ເມືອງມາລາວີແລ້ວ, ພາບຂ່າວເຫັນທະຫານຂອບລາຄອບຄົວກ່ອນຂຶ້ນເຮືອບິນໄປປະຕິບັດພາລະກິດ.
ຂໍ້ມູນຂອງລັດຖະບານຟີລິບປິນແຈ້ງວ່າ: ພາຍຫລັງກອງທັບເຂົ້າໄປປາບກຸ່ມຕິດອາວຸດທີ່ຍຶດເມືອງມາລາວີແຕ່ວັນທີ 23 ພຶດສະພາຈົນເຖິງປັດຈຸບັນ ມີທະຫານເສຍຊີວິດແລ້ວ 59 ຄົນ, ກຸ່ມຕິດອາວຸດຖືກສັງຫານ 225 ຄົນ ແລະ ມີປະຊາຊົນເສຍຊີວິດ 26 ຄົນ. ທາງການທ້ອງຖິ່ນເປີດເຜີຍວ່າ: ມີປະຊາຊົນທີ່ອົບພະຍົບໜີການສູ້ຮົບເສຍຊີວິດ 19 ຄົນ ສ່ວນຫລາຍຂາດນ້ຳຢ່າງຮຸນແຮງ ເພາະຖອກທ້ອງ. ການສູ້ຮົບທີ່ດຳເນີນມາເກືອບເດືອນເຮັດໃຫ້ປະຊາຊົນເມືອງມາລາວີ ແລະ ພື້ນທີ່ໃກ້ຄຽງຕ້ອງອົບພະຍົບແລ້ວຫລາຍກວ່າ 309.000 ຄົນ.

