ພັດທະນາການສະໝອງກັບການນອນເດິກ

ພັດທະນາການສະໝອງກັບການນອນໃຫ້ຖືກວິທີ ແລະ ເກີດປະໂຫຍດ, ມະນຸດຖືກກຳນົດດ້ວຍວົງຈອນຂອງດວງຕາເວັນ ໃນສະໝອງຄົນເຮົາມີແຊນສະໝອງກຸ່ມໜຶ່ງທີ່ເຮັດໜ້າທີ່ຄອຍຮັບແສງຈາກດວງຕາເວັນເມື່ອເຮົາຕື່ນ, ບາງຄົນຕື່ນຍາກ ແລະ ບໍ່ເປັນເວລາ. ມີວິທີແນະນຳທີ່ດີ ເຊັ່ນ : ຕື່ນຂຶ້ນມາຍ່າງໄປຫາປ່ອງຢ້ຽມ ເປີດຜ້າກັ້ງ ແລ້ວຈ້ອງໄປເບິ່ງດວງຕາເວັນເລີຍ ແສງຂອງດວງຕາເວັນຈະໄປກະຕຸ້ນໃຫ້ແຊນສະໝອງກຸ່ມນີ້ ແລະ ຈະເຮັດໃຫ້ເຮົາສົດຊື່ນຂຶ້ນມາເມື່ອຖືກແສງຕາເວັນ. ດວງຕາເວັນຈະຂຶ້ນຕາມເວລາຂອງມັນ ສະໝອງຂອງຄົນເຮົາກໍຈະເຮັດວຽກຕາມດວງຕາເວັນ.

ສະນັ້ນ, ເມື່ອຮອດຕອນແລງ ຮ່າງກາຍຈະຫລັ່ງຮໍໂມນຊະນິດໜຶ່ງທີ່ເອີ້ນກັນວ່າ ຮໍໂມນເມລາໂທນິນ ທີ່ຊ່ວຍໃນການນອນຫລັບ ມັນຈະຫລັ່ງສານອອກມາເມື່ອແສງໝົດ ຮໍໂມນເມລາໂທນິນຊະນິດນີ້ເປັນຮໍໂມນທີ່ຊ່ວຍໃຫ້ເຮົາເບິ່ງອ່ອນກວ່າອາຍຸ ຫລື ນານເຖົ້າ ແລະ ສຸຂະພາບຜິວດີ ເຊິ່ງສານນີ້ຈະຫລັ່ງອອກມາເລື້ອຍໆເມື່ອຮອດຈຸດໆໜຶ່ງຈະເຮັດໃຫ້ງ່ວງນອນ ຮໍໂມນຊະນິດນີ້ຈະສະງັກ ຫລື ເຖິງຈຸດສູງສຸດແມ່ນຕອນທ່ຽງຄືນ ຖ້າເຮົາຫລັບກ່ອນທ່ຽງຄືນ ຫລື ຖ້າຈະໃຫ້ດີຕໍ່ການນອນກໍເວລາ 22:00 ໂມງ ຈະເປັນໄລຍະເວລາທີ່ເໝາະສົມທີ່ສຸດ ເພາະຈະເຮັດໃຫ້ເກີດຂະບວນການຟື້ນຟູ, ສ້ອມແປງແຊນຕ່າງໆຂອງຮ່າງກາຍໄດ້ດີ ແລະ ຈະເຮັດໃຫ້ຜິວໜ້າເບິ່ງອ່ອນກວ່າອາຍຸແທ້ນຳອີກ.

ການເບິ່ງວ່າສະໝອງຂອງເຮົາແຂງແຮງດີຫລືບໍ່ ແມ່ນເບິ່ງໄດ້ຢູ່ຜິວໜັງ ໜ້າຖ້າໜ້າດີ ແລະ ເບິ່ງນານເຖົ້າ ມັນເປັນຂະບວນການຟື້ນຟູທັງລະບົບໄປພ້ອມໆກັນ ຖ້າຜິວດີ ກໍສະແດງວ່າສະໝອງດີນຳ. ສະນັ້ນ ໄລຍະເວລາທີ່ເໝາະສົມໃນການພັກຜ່ອນທີ່ດີທີ່ສຸດແມ່ນໄລຍະເວລາ 22:00 ໂມງ ແຕ່ບໍ່ເກີນນອນເດິກເກີນທ່ຽງຄືນ ຖ້ານອນຫລັງທ່ຽງຄືນຈະເຮັດໃຫ້ຫລັບຍາກ ແລະ ບໍ່ດີຕໍ່ຮ່າງກາຍນຳອີກ.

 

 

 

 

 

 

 

 

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ