7 ເຄັດລັບເພື່ອອັບເກດໃຫ້ເປັນສຸດຍອດມະນຸດເງິນເດືອນ

ມີແນວຄິດດີໆ 7 ຂໍ້ມາແບ່ງປັນໃຫ້ທຸກຄົນປະສົບຜົນສໍາເລັດໃນຖານະສຸດຍອດມະນຸດເງິນເດືອນມາຝາກ.
- ຄວາມອົດທົນ: ມະນຸດເງິນເດືອນທີ່ປະສົບຜົນສໍາເລັດທຸກວັນນີ້ ລ້ວນເລີ່ມຕົ້ນຈາກຄວາມອົດທົນມາຫຼາຍຕໍ່ຫຼາຍ ເຊິ່ງຄວາມອົດທົນທີ່ວ່າ ບໍ່ແມ່ນທົນເຮັດວຽກໜັກ ແຕ່ມັນຄືການອົດທົນເຮັດວຽກໃຫ້ສໍາເລັດຕາມເປົ້າໝາຍ ເຖິງວ່າເຮົາຊິບໍ່ຢາກເຮັດ ເພາະນັ້ນຄືຄຸນສົມບັດຂອງການເປັນມະນຸດເງິນເດືອນທີ່ເອີ້ນວ່າ “ມືອາຊີບ”.
- ການເຝິກຝົນ ແລະ ພະຍາຍາມ: ຄວາມພາກພຽນພະຍາຍາມໝັ່ນເຝິກຝົນໃນສິ່ງທີ່ເຮົາໄດ້ຮຽນຮູ້ມາຈາກການເຮັດວຽກໃນແຕ່ລະມື້ ເອົາມາຮ່ວມກັນກັບການເລັ່ງໃສ່ເປົ້າໝາຍ ແລະ ເບິ່ງຫາຫົນທາງສ້າງອາຊີບເພີ່ມຕື່ມທີ່ບໍ່ໄດ້ຢຸດພຽງການເປັນມະນຸດເງິນເດືອນ ເພື່ອສ້າງຄວາມກ້າວໜ້າໃນອາຊີບທີ່ເຮັດ ຫຼື ສ້າງຫົນທາງໃຫມ່ໆໃຫ້ກັບສາຍງານທີ່ເຮົາເຮັດຢູ່ ແບບນີ້ຄືການເຝິກຝົນ ແລະ ພະຍາຍາມທີ່ຖືກຕ້ອງ.
- ສ້າງຄວາມມີປະສິດທິພາບ: ການເຮັດວຽກຫລາຍບໍ່ໄດ້ແປວ່າດີ ແຕ່ການເຮັດວຽກດີຄືການເຮັດວຽກສະຫຼາດ ແລະ ມີປະະສິດທິພາບຕ່າງຫາກ ເຊິ່ງໝາຍຄວາມວ່າ ເຮົາຍິ່ງຕ້ອງສ້າງປະສິດທິພາບໃນການເຮັດວຽກໃຫ້ຫຼາຍຂຶ້ນ ໂດຍເຮັດວຽກໃຫ້ແລ້ວໄວຂຶ້ນ ແລະຖືກຕ້ອງຫຼາຍຂຶ້ນ ເພາະຍິ່ງວຽກໄວຂຶ້ນເທົ່າໃດ ເຮົາຍິ່ງມີເວລາໄປເຮັດຢ່າງອື່ນຫຼາຍຍິ່ງຂຶ້ນ.
- ຢ່າສະຫຼາດຈົນເກີນວຽກ: ຈົ່ງເຮັດດີ ແຕ່ຢ່າເດັ່ນຈະເປັນໄພ ເຊິ່ງໝາຍເຖິງຄົນສ່ວນຫລາຍບໍ່ມັກໃຫ້ໃຜເກີນໜ້າເກີນຕາ ເຊິ່ງຄືກັບວັນນະກໍາທີ່ເອີ້ນວ່າ The Tall Poppy Syndrome ຂອງປະເທດອົດສະຕຣາລີທີ່ບໍ່ຕ້ອງການໃຫ້ໃຜເດັ່ນເກີນໜ້າໃຜ ຖ້າໃຜເກັ່ງກໍຈະຖືກກໍາຈັດຖິ້ມເຊັ່ນ: ການຫັກໜ້າເຈົ້ານາຍ ຫຼື ຜູ້ໃຫຍ່ ຫຼື ກະທັ້ງເພື່ອນຮ່ວມງານກໍຕາມ. ວິທີແກ້ຄືແນະນໍາໃຫ້ຫັນມາເພີ່ມຄວາມສາມາດໃນການບໍລິຫານຈັດການຄວາມຮູ້ສຶກຄົນຮອບຂ້າງຈະດີກວ່າ ຮັບຮອງວ່າຊີວິດຈະດີຂຶ້ນກວ່າເກົ່າຫຼາຍ.
- ຕາມຂ່າວສານໃຫ້ທັນ: ໃນຍຸກທີ່ເຕັມໄປດ້ວຍຂໍ້ມູນຂ່າວສານ ການຈັດການຮອງຄວາມຮູ້ໃຫ້ສັ້ນ, ວ່ອງໄວ ເປັນສິ່ງສໍາຄັນ ເພາະສະນັ້ນເຮົາຕ້ອງເປັນມະນຸດເງິນເດືອນທີ່ຮູ້ທັນໂລກກວ້າງ ເພື່ອສ້າງໂອກາດໃຫ້ກັບຊີວິດ ແຕ່ບໍ່ແມ່ນເອົາແຕ່ຕິດຕາມຂ່າວສານຈົນບໍ່ໄປເຮັດວຽກເຮັດງານ ແບບນັ້ນຈະກາຍເປັນບັນຫາໄດ້.
- ຫັນມາສົນໃຈເລື່ອງວາງແຜນການເງິນ: ອີກໜຶ່ງເລື່ອງທີ່ເຮັດໃຫ້ມະນຸດເງິນເດືອນບໍ່ສາມາດກ້າວໄປເຖິງຂັ້ນສຸດຍອດໄດ້ນັ້ນ ເກີດຈາກບັນຫາເລື່ອງການເງິນ ເຊິ່ງເປັນປັດໄຈອັນດັບ 1 ຈົນເຖິງມີຄໍາເວົ້າວ່າ “ເງິນບໍ່ໄດ້ສ້າງຄວາມສຸກ ແຕ່ຢ່າງໜ້ອຍມັນບໍ່ເຮັດໃຫ້ທຸກເພີ່ມຂຶ້ນ”. ດັ່ງນັ້ນ ຢ່າລືມວາງແຜນການເງິນໃຫ້ຊີວິດຂອງຕົນ.

- ເພີດເພີນກັບການຜ່ອນຄາຍຊີວິດ: “ການພັກຜ່ອນຄືສ່ວນໜຶ່ງຂອງການເຮັດວຽກ”. ດັ່ງນັ້ນ ການເຮັດວຽກທີ່ຈິງຈັງຫຼາຍເກີນໄປ ຈົນຫຼົງລືມເວລາດ້ານອື່ນໆຂອງຊີວິດ ກໍອາດຈະເຮັດໃຫ້ກາຍເປັນບັນຫາໃນອະນາຄົດໄດ້. ດັງນັ້ນ ການຜ່ອນຄາຍເລັກໆໜ້ອຍໆເຊັ່ນ: ຟັງເພງ, ເບິ່ງໜັງ, ຫຼິ້ນກິລາຕ່າງໆ ເພື່ອເຮັດໃຫ້ມີສຸຂະພາບຮ່າງກາຍທີ່ດີ ແລະ ເປັນການຜ່ອຍຄາຍອີກວິທີໜຶ່ງງໃຫ້ເຮົາເຮັດວຽກງານໄດ້ດີຂຶ້ນ.


