ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍເກືອບ 2.000 ກໍລະນີແລ້ວ

ຕາມການລາຍງານສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກ່ວາ 1.730 ກໍລະນີແລ້ວ ແລະ ມີຜູ້ເສຍຊີວິດ 5 ກໍລະນີ, ຄື: ພຽງ ວັນທີ 11 ມິຖຸນານີ້, ມີຜູ້ຕິດເຊື້ອເພີ່ມ 25 ກໍລະນີ.
ໃນຫລາຍປີຜ່ານມາລາວເຮົາໄດ້ມີຜູ້ຕິດເຊື້ອໄຂ້ຍຸງລາຍ ແລະ ມີຜູ້ເສຍຊີວິດ ຫລາຍສົມຄວນ, ຄືປີ 2019 ຜ່ານມາ ມີຜູ້ຕິດເຊື້ອສູງເຖິງ 39.000 ຄົນ ແລະ ເສຍຊີວິດ 76 ຄົນ. ສຳລັບປີນີ້ກໍເປັນອີກປີໜຶ່ງທີ່ເກີດມີການລະບາດ ຂອງພະຍາດດັ່ງກ່າວ ຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ຈຳນວນຜູ້ຕິດເຊື້ອ 403 ກໍລະນີ, ເສຍຊີວິດ 2 ຄົນ,
ຮອງລົງມາແມ່ນ ແຂວງ ວຽງຈັນມີ 241 ກໍລະນີ,
ອັດຕະປື 213 ກໍລະນີ,
ບໍລິຄຳໄຊ 178 ກໍລະນີ, ເສຍຊີວິດ 1 ຄົນ,
ຄຳມ່ວນ 154 ກໍລະນີ, ເສຍຊີວິດ 1ຄົນ,
ສະຫວັນນະເຂດ 122 ກໍລະນີ,
ສາລະວັນ 103 ກໍລະນີ,
ໄຊຍະບູລີ 99 ກໍລະນີ, ເສຍຊີວິດ 1 ຄົນ,
ເຊກອງ 49 ກໍລະນີ,
ຫລວງນໍ້າທາ 40 ກໍລະນີ,
ອຸດົມໄຊ 34 ກໍລະນີ, ໄຊສົມບູນ 32 ກໍລະນີ,
ຫລວງພະບາງ 31 ກໍລະນີ,
ບໍ່ແກ້ວ 18 ກໍລະນີ,
ຈຳປາສັກ 10 ກໍລະນີ,
ຜົ້ງສາລີ 5 ກໍລະນີ ແລະ ຫົວພັນ 1 ກໍລະນີ.
ມີພຽງແຕ່ແຂວງຊຽງຂວາງ ທີ່ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ດັ່ງກ່າວ.
ດັ່ງນັ້ນ ຈຶ່ງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຕ້ອງພ້ອມໃຈກັນສະກັດກັ້ນ ໂດຍການນຳໃຊ້ມາດຕະການທີ່ສຳຄັນ ໃນການຄວບຄຸມພະຍາດ ກໍຄື ການຫັນເອົາຊຸມຊົນເປັນກຸນແຈສຳຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ໂດຍການມີສ່ວນຮ່ວມຂອງບຸກຄົນ, ຄອບຄົວ ໃນການປະຕິບັດມາດຕະການ 5ປໃຫ້ເຂັ້ມງວດ.

