ເຊຣີອາ ອີຕາລີ ອາດຕັດຈົບລະດູການນີ້ແບບບໍ່ມີແຊ້ມຫາກບໍ່ສາມາດກັບມາແຂ່ງຂັນໃຫ້ຈົບລະດູການ

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ທ່ານ ກາບີເອເລ່ ກຣາວີນ້າ ປະທານສະຫະພັນບານເຕະອີຕາລີ ກ່າວວ່າ: ການແຂ່ງຂັນເຕະບານ ເຊຣີອາ ອີຕາລີ ລະດູການນີ້ ຫາກບໍ່ສາມາດສືບຕໍ່ແຂ່ງຂັນໃຫ້ສຳເລັດລະດູການນີ້ ອາດຕັດຈົບທັນທີ ແລະ ຈະບໍ່ມີແຊ້ມ ເພາະຊ່ອງວ່າງລະຫວ່າງທີມນຳ ແລະ ອັນດັບສອງ ບໍ່ຂາດຂັ້ນກັນ.

ປະຈຸບັນ ຢູເວັນຕຸສ ແຊ້ມເກົ່ານຳອັນດັບສອງ ລາຊີໂອ້ ພຽງໜຶ່ງຄະແນນ ເຫລືອການແຂ່ງຂັນ 12 ນັດ, ເຖິງແມ່ນວ່າ ເຊຣີອາ ອີຕາລີ ມີຄວາມຫວັງຈະກັບມາສືບຕໍ່ແຂ່ງຂັນໃຫ້ສຳເລັດ ໂດຍຢືນຢັນຈະກັບມາໃນວັນທີ 20 ມິຖຸນານີ້ ແລະ ຈະໃຫ້ສຳເລັດບໍ່ກາຍວັນທີ 2 ສິງຫາ 2020 ແລະ ຫວັງຈະເລີ່ມລະດູການໃຫມ່ 2020-2021 ໃນວັນທີ 1 ກັນຍາ 2020

ພ້ອມດຽວກັນນັ້ນຫາກກັບມາແຂ່ງຂັນແລ້ວ ມີການຕິດເຊື້ອ ໂຄວິດ-19 ຫລື ລະບາດໃນການແຂ່ງຂັນ ຈຳເປັນຕ້ອງຕັດຈົບລະດູການ ແລະ ມາຄິດໄລ່ຈັດອັນດັບຕາມຜົນງານ ແລະ ນັດທີ່ລົງຫລິ້ນໃນລະດູການນີ້ ເພື່ອຄັດທີມໄປ ແຊ້ມປ້ຽນລີກ, ຢູໂຣປ້າລີກ ແລະ ຕົກຊັ້ນ, ບັນຫານີ້ ຈະນຳມາປຶກສາຫາລືກັນອີກຄັ້ງ ເພື່ອຄວາມເປັນເອກະພາບ.