2 ເດືອນ ຕົ້ນປີ 2020 ແຂວງສະຫວັນນະເຂດ ສາມາດສົ່ງອອກເຂົ້າສານໄດ້ລື່ນຄາດໝາຍ

ທ່ານ ລັດຕະນະ ໄຊສົມບັດ ຫົວໜ້າຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ການສົ່ງອອກເຂົ້າສານຂອງແຂວງສະຫວັນນະເຂດໃນປີ 2020 ນີ້, ພຽງໄລຍະ 2 ເດືອນ ສາມາດສົ່ງອອກເຂົ້າສານໄດ້ 6.865,85 ໂຕນ, ລວມເປັນເງິນ 4.133.947 ກວ່າໂດລາ, ອັນພົ້ນເດັ່ນແມ່ນການສົ່ງອອກເຂົ້າສານໄປປະເທດ ແບນຊິກ 2.000 ໂຕນ ແລະ ປະເທດຈີນ 1.520 ໂຕນ. ຖ້າທຽບໃສ່ປີ 2019 ທີ່ຜ່ານມາການສົ່ງອອກເຂົ້າສານໄລຍະ 2 ເດືອນຂອງປີ 2020 ນີ້ແມ່ນລື່ນເຄິ່ງໜຶ່ງຂອງປີ 2019 ທີ່ສົ່ງອອກໄດ້ພຽງ 7.150,89 ໂຕນ ເນື່ອງຈາກວ່າປີຜ່ານມາເກີດໄພນໍ້າຖ້ວມສົ່ງຜົນກະທົບຕໍ່ປະຊາຊົນກໍຄືຊັບສິນຕ່າງໆເປັນຕົ້ນແມ່ນເຮືອນຊານບ້ານຊ່ອງ, ໄຮ່ນາຕາກ້າ, ສັດລ້ຽງ ແລະ ອື່ນໆຖືກເສຍ ຫາຍຢ່າງໜັກໜ່ວງ.
ປີ 2020 ນີ້, ຊາວກະສິກອນສາມາດຜະລິດເຂົ້ານາແຊງໄດ້ລື່ນຄາດ ໝາຍຂອງແຜນການ ແລະ ເຂົ້າກໍມີລາຄາສູງຂຶ້ນ, ເຊິ່ງເມືອງທີ່ຜະລິດເຂົ້າໄດ້ຫລາຍກວ່າໝູ່ແມ່ນເມືອງຈໍາພອນ, ໄຊບູລີ ແລະ ເມືອງສອງຄອນ, ຄາດວ່າປີ 2020 ຈະສາມາດສົ່ງອອກເຂົ້າສານໄດ້ອີກຫລາຍພັນໂຕນແນ່ນອນຖ້າຫາກກັບສູ່ສະພາບການປົກກະຕິ.

