ຜູ້ປະທ້ວງລາກຮູບປັ້ນນັກຄ້າ ຂ້າທາດ ຖິ້ມລົງແມ່ນໍ້າ

ເຈົ້າໜ້າທີ່ຕຳຫຼວດເມືອງBristol ຂອງອັງກິດ ກຳລັງໄລ່ລ່າຜູ້ປະທ້ວງທີ່ໂຄ່ນຮູບປັ້ນນັກຄ້າ ຂ້າທາດສະຕະວັດ 17 Edward Colston ຖິ້ມລົງແມ່ນໍ້າ.

ຜູ້ປະທ້ວງປະມານ 10.000 ຄົນຢູ່ທີ່ໃນເມືອງ Bristol ປະເທດອັງກິດ, ວັນທີ 7 ມີຖຸນານີ້ໂຮມຊຸມນຸມປະທ້ວງເພື່ອຄັດຄ້ານການຕາຍຂອງຄົນສີຜິວຊາວອາເມລິກາ Floyd ຢູ່ລັດ Minneapolis ໃນມື້ວັນທີ 25 ພຶດສະພາຜ່ານມາ. Floyd ຖືກຕຳຫຼວດໃຊ້ເຂົ່າກົດໜີບຄໍຈົນເສຍຊີວິດ. ເຖິງແມ່ນເຂົາຈະຮ້ອງຂໍຫຼາຍເທື່ອວ່າ ຂ້ອຍ “ຫາຍໃຈບໍ່ອອກ” ໃນທີ່ສຸດເຂົາກໍເສຍຊີວິດຢຸ່ທີ່ໂຮງໝໍ ພາຍຫຼັງກອບກູ້ສຸກເສີນ.

ຂະບວນປະທ້ວງໄດ້ເຄື່ອນຕົວໄປຫາຮູບປັ້ນ ຊຶ່ງເປັນສັນຍາລັກຂອງນັກຄ້າ ຂ້າທາດ ຊາວອັງກິດໃນສະຕະວັດທີ 17 Edward Colston ທີ່ຕັ້ງຢູ່ໃຈກາງເມືອງ, ພວກເຂົາເອົາເຊືອກມັດຮູບປັ້ນແລ້ວດຶງໃຫ້ລົ້ມລົງ ພາຍໃຕ້ສຽງໂຮຮ້ອງຂອງຜູ້ປະທ້ວງ, ຫຼັງຈາກນັ້ນຜູ້ປະທ້ວງກໍໄດ້ພາກັນລາກຮູບປັ້ນໄປຖິ້ມລົງແມ່ນໍ້າ

Colston ເປັນນັກຄ້າ ຂ້າທາດຂອງບໍລິສັດ ພາລາດຊະວັງອາຟຣິກກາ ຊຶ່ງເປັນບໍລິສັດຄ້າຂ້າທາດໃນສະຕະວັດທີ 17. ບໍລິສັດໄດ້ເອົາຄົນອາຟຣິກກາມາເປັນຂ້າທາດປະມານ 84.000 ຄົນ ຊຶ່ງລວມມີທັງຜູ້ຍິງຜູ້ຊາຍ ຜູ້ເຖົ້າ ແລະ ເດັກນ້ອຍ. ຮູບປັ້ນ Bristol ຖືກສ້າງຂຶ້ນເມື່ອປີ 1895.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vnexpress.net)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ