ວິທີເລືອກຊື້ ພາວເວີ ແບັງ ໃຫ້ໃຊ້ງານຢ່າງກຸ້ມຄ່າ

- ກວດສອບສະເປັກສະມ໊າດໂຟນ ຫລື ແທັບເລັດຂອງທ່ານ ວ່າໃຊ້ແບັດເຕີຣີຂະໜາດຄວາມຈຸເທົ່າໃດມິນລີແອັມ (mAh).
- ກວດສອບຄວາມສາມາດໃນການຈ່າຍກະແສໄຟຂອງອະເດັບເຕີສະມ໊າດໂຟນ ຫລື ແທັບເລັດ ເພື່ອເລືອກຊື້ Power Bank ທີ່ສາມາດຈ່າຍກະແສໄຟໄດ້ໃນລະດັບທີ່ເໝາະສົມ ໂຕຢ່າງອະເດັບເຕີຂອງແທັບເລັດຂອງທ່ານສາມາດຈ່າຍກະແສໄຟໄດ້ 2.0A (ອະເດັບເຕີຂອງແທັບເລັດສ່ວນຫລາຍຈ່າຍກະແສໄຟໄດ້ 2.0A, ໃນຂະນະທີ່ອະເດັບເຕີຂອງສະມ໊າດໂຟນ ສ່ວນຫລາຍຈະຈ່າຍກະແສໄຟໄດ້ 1.0A) ກໍຄວນເລືອກຊື້ Power Bank ທ່ີສາມາດຈ່າຍກະແສໄຟໄດ້ເທົ່າກັນ ຫາກ Power Bank ຈ່າຍກະແສໄຟຊ໊າດໄດ້ຕໍ່າກ່ວາກໍຈະໃຊ້ເວລາໃນການຊ໊າດແບັດເຕີຣີດົນກ່ວາປົກກະຕິ.
- ເລືອກຂະໜາດຄວາມຈຸທີ່ເໝາະສົມ ຄວນເລືອກຊື້ Power Bank ທີ່ມີຂະໜາດຄວາມຈຸເກີນ 2 ເທົ່າຂອງແບັດເຕີຣີສະມ໊າດໂຟນ ຫລື ແທັບເລັດໜ້ອຍໜຶ່ງ ເຊັ່ນ : ຖ້າແບັດເຕີຣີຂອງທ່ານມີຄວາມຈຸຢູ່2.000 mAh ກໍໃຫ້ນຳຄ່ານີ້ຄູນ 2 ແລ້ວບວກຂຶ້ນອີກໜ້ອຍໜຶ່ງ ກໍສາມາດເລືອກຊື້ Power Bank ຄວາມຈຸຢູ່ປະມານ 5.000 – 5.500 mAh ກໍໜ້າຈະພຽງພໍແລ້ວ ເພື່ອໃຊ້ຊ໊າດໄຟໄດ້ປະມານ 2 ຮອບ. Power Bank ທີ່ມີຂະໜາດຄວາມຈຸສູງເກີນກ່ວານີ້ ຊ໊າດໄດ້ຫລາຍຮອບຫລາຍກ່ວາກໍແມ່ນ ແຕ່ກໍຈະມີຂະໜາດໃຫຍ່ກ່ວາ, ໜັກກ່ວາ ແລະ ລາຄາສູງກ່ວາໄປນຳ.
- ຄຸນສົມບັດພື້ນຖານທີ່ຄວນມີໃນ Power Bank ມີດັ່ງນີ້ :
– ຄວນມີສະເກວບອກລະດັບພະລັງງານຄົງເຫລືອ.
– ຄວນມີລະບົບປ້ອງກັນໄຟລັດວົງຈອນ.
– ຄວນມີລະບົບຕັດໄຟອັດຕະໂນມັດເມື່ອຊ໊າດເຕັມແລ້ວ.
– ຄວນມີໄລຍະເວລາການຮັບປະກັນທີ່ຈະແຈ້ງ, ຍີ່ຫໍ້ເປັນທີ່ຍອມຮັບຂອງຕະຫລາດ ແລະ ລະວັງຂອງລອກຮຽນແບບ.
