ຊົມເຊີຍ! ພຣູເດັນໂຊລ໌ ລາວ ໄດ້ປະກອບສ່ວນສົມທົບໜ້າກາກປ້ອງກັນໃບໜ້າຈຳນວນ 3.000 ອັນ ໃຫ້ກັບ ພະນັກງານສາທາລະນະສຸກແຖວໜ້າຜູ້ເພື່ອໃຊ້ໃນການຕອບໂຕ້ກັບການລະບາດຂອງພະຍາດ COVID19

ໃນວັນທີ 28 ພຶດ​ສະ​ພາ 2020, ພຣູເດັນໂຊລ໌ ລາວ ໄດ້ປະກອບສ່ວນສົມທົບໜ້າກາກປ້ອງກັນໃບໜ້າຈຳນວນ 3,000ອັນ ໃຫ້ກັບກະຊວງສາທາລະນະສຸກເພື່ອຊ່ວຍເຫຼືອພະນັກງານສາທາລະນະສຸກແຖວໜ້າທີ່ມີບົດບາດສຳຄັນໃນການຕອບໂຕ້ກັບການລະບາດຂອງພະຍາດ COVID19 ໃນລາວ.

ທ່ານ ​ຮ​ສ.ດ​ຣ. ບຸນກອງ ສີ​ຫາ​ວົງ, ​ລັດ​ຖະ​ມົນ​ຕີ ກະຊວງສາທາລະນະສຸກ, ໄດ້ເປັນຜູ້ຮັບເອົາເຄື່ອງອຸປະກອນ ປ້ອງກັນພະຍາດ ຈາກ ທ່ານ ວຽງວາດສະໜາ ວົງທອງຈິດ, ຫົວໜ້າຝ່າຍການຕະຫຼາດ, ພຣູເດັນໂຊລ໌ ລາວ.

ທ່ານ ​ຮ​ສ.ດ​ຣ. ບຸນກອງ ສີ​ຫາ​ວົງ ໄດ້ກ່າວວ່າ, “ພວກເຮົາຂໍສະແດງຄວາມຂອບໃຈຕໍ່ບໍລິສັດ ພຣູເດັນໂຊລ໌ ລາວ ສຳລັບ ຄວາມມຸ່ງໝັ້ນທີ່ຈະຊ່ວຍໃນການສະກັດກັ້ນການແຜ່ກະຈາຍຂອງເຊື້ອພະຍາດ COVID-19. ກະຊວງສາທາລະນະສຸກຈະແຈກຢາຍເຄື່ອງນີ້ໃຫ້ທ່ານ​ໝໍ, ພະຍາບານ, ແລະຜູ້ຊ່ຽວຊານ ດ້ານສຸຂະພາບ ອື່ນໆ ທີ່ມີຄວາມຕ້ອງການອຸປະກອນປ້ອງກັນພະຍາດຫຼາຍທີ່ສຸດ ເພາະພວກເຂົາ ຊ່ວຍຮັກສາຊີວິດຜູ້ຄົນຢູ່ໂຮງໝໍຂອງພວກເຮົາ”.

“ໃນຖານະເປັນຜູ້ໃຫ້ປະກັນໄພຊັ້ນນຳໃນອາຊີ,ພຣູເດັນໂຊລ໌ມີຄວາມມຸ້ງໝັ້ນໃນການປົກປ້ອງສຸຂະພາບແລະຄວາມເປັນຢູ່ທີ່ດີ ຂອງບຸກຄົນ,ຄອບຄົວແລະຊຸມຊົນ. ບໍລິສັດ ພຣູເດັນໂຊລ໌ ລາວ ມີຄວາມຍິນດີທີ່ໄດ້ຮ່ວມ ມືກັບກະຊວງສາທາລະນະສຸກ ໃນການປົກປ້ອງແລະສະໜັບສະໜູນພະນັກງານສາທາລະນະສຸກແຖວໜ້າໃນຄວາມພະຍາຍາມຢ່າງບໍ່ຮູ້ອິດເມື່ອຍໃນການປົກ ປ້ອງປະຊາຊົນລາວແລະຕ້ານການລະບາດຂອງພະຍາດ COVID-19,”​ ທ່ານວຽງວາດສະໜາ ວົງທອງຈິດ, ຕົວແທນບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ກ່າວ.

ພ​ຣູ​ເດັນ​ໂຊ​ລ໌ ລາວໄດ້ມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນ ໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016.

ພ​ຣູ​ເດັນ​ໂຊ​ລ໌ ລາວ ເລີ່ມ​ຕົ້ນ​ທຸ​ລະ​ກິດ​ໃນ​ເດືອນ ພຶດ​ສະ​ພາ 2016 ແລະ ນ​ຳາເອົາຜະ​ລິດ​ຕະ​ພັ​ນ​ປະ​ກັນ​ໄພ​ຊີ​ວິດ​ທີ່​ແທດ​ເໝາະ​ກັບ ​ຄ​ວາມ​ຕ້ອງ​ການ​ໃນ​ການ​ປົກປ້​ອງຄຸ້ມຄອງ ແລະ ການສະສົມທຶນຂອງ​ຄົນ​ລາວ. ໃນ​ປະ​ຈຸ​ບັນ, ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ລາວ ໄດ້​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຜ່ານ​ ລະບົບທະນາຄານ ທົ່ວ​ປະ​ເທດ​.

ສາ​ມາດ​ອ່ານ​ຂໍ້​ມູນ​ເພີ່ມ​ເຕີມ​ໄດ້​ທີ່ www.prudential.la ກ່ຽວ​ກັບ ພ​ຣູ​ເດັນ​ໂຊລ໌ ລາວ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ