ພະຍາກອນດ້ານເສດຖະກິດ ພາຍຫຼັງໂຄວິດ-19

ໂດຍ: ລູກເມືອງພວນ
ສຳນັກຂ່າວຈາກ VietTimes ໃຫ້ຮູ້ ໃນວັນທີ 23 ພຶດສະພານີ້ວ່າ: ທ່ານສາດສະດາຈານ Karen Dynan ຈາກມະຫາວິທະຍາໄລ ຮາເວີດ (Harvard) , ອະດີດຜູ້ຊ່ວຍລັດຖະມົນຕີຮັບຜິດຊອບນະໂຍບາຍດ້ານເສດຖະກິດ, ຊ່ຽວຊານດ້ານເສດຖະກິດຂອງກະຊວງການເງິນສະຫະລັດໃຫ້ຮູ້ວ່າ: ເສດຖະກິດໂລກອາດຈະຟື້ນຕົວໃຫ້ກັບຄືນມາປົກກະຕິໄດ້ພາຍຫຼັງໂຄວິດຖືກຄວບຄຸມ.
ທ່ານ ນາງ Karen Dynan ຍັງໃຫ້ຮູ້ຕື່ມອີກກ່ຽວກັບບັນດາປະເທດທີ່ມີການຄວບຄຸມເຊື້ອພະຍາດໄວຣັສໄດ້ຢ່າງໄວວາແຕ່ຫົວທີເຊັ່ນຫວຽດນາມ ອາດຈະຜ່ານພົ້ນວິກິດການ ແລະ ເອົາຊະນະທາງດ້ານເສດຖະກິດໄດ້ດີກວ່າ.
ໂດຍສະໜັບສະໜູນຄຳຄິດເຫັນດັ່ງກ່າວຂອງທ່ານນາງ Karen Dynan, ທ່ານ ປ.ອ ວູແທັງຕືແອັງ, ຜູ້ອຳນວຍການໂຮງຮຽນນະໂຍບາຍຂອງລັດ ແລະ ມະຫາວິທະຍາໄລ Fulbright ເນັ້ນວ່າ: “ທ່າທີຂອງແຕ່ລະປະເທດຕໍ່ກັບວິກິດການໃນປັດຈຸບັນນັ້ນ ຈະກາຍເປັນປັດໄຈຕັດສິນວ່າຈະຟື້ນຟູເສດຖະກິດຂອງຕົນດ້ວຍວິທີການໃດ”.
ຖ້າຫາກການລະບາດຂອງເຊື້ອໄວຣັສໂຄວິດ-19 ແກ່ຍາວ ຈົນກວ່າໂລກຈະຜະລິດໄດ້ວັກແຊັງ, ກໍຄິດວ່າຈະກິນເວລາແຕ່ 12-15 ເດືອນ ໃນຕໍ່ໜ້າ. ບັນດາປະເທດທີ່ຜ່ານພົ້ນວິກິດການຈາກພະຍາດໄດ້ໂດຍໄວ ແລະ ຮັບຜົນກະທົບໜ້ອຍທີ່ສຸດ ອາດຈະມີການຟື້ນຟູໄດ້ດີກວ່າເພື່ອໃຫ້ເສດຖະກິດກັບຄືນມາເປັນປົກະຕິ.
ນັກຊ່ຽວຊານສອງຄົນອັນດັບຕົ້ນໆຈາກມະຫາວິທະຍາໄລ ຮາເວີດ ແລະ ມະຫາວິທະຍາໄລ Fulbright ຂອງຫວຽດນາມ ໄດ້ເປີດການສຳມະນາກ່ຽວກັບພາບພົດເສດຖະກິດໂລກ ແລະ ໄດ້ມີຄຳສະເໜີໃຫ້ມີນະໂຍບາຍເພື່ອຕອບສະໜອງເງິນຕໍ່ຜົນກະທົບໃນຄັ້ງນີ້.

