5 ພືດ ກິນເປັນປະຈຳຊ່ວຍຫລຸດຄວາມສ່ຽງພະຍາດມະເຮັງ

ພືດຜັກທົ່ວໄປທີ່ປູກງ່າຍ ແລະ ເກີດຂຶ້ນໄດ້ຕາມທຳມະຊາດ ສາມາດປ້ອງກັນພະຍາດໄດ້ຫລາກຫລາຍ, ມີລິດເປັນສານຕ້ານອະນຸມູນອິດສະລະ ຈຶ່ງຊ່ວຍຂັດຂວາງແຊນມະເຮັງໄດ້.

  • ໝາກໃສ່ : ມີສານຕ້ານອະນຸມູນອິດສະລະຫລາຍ ເຊັ່ນ : ສານໂພລີຟີນອລ ຈຶ່ງຊ່ວຍຫລຸດຄວາມສ່ຽງໃນການເປັນພະຍາດຫົວໃຈຂາດເລືອດ ແລະ ສາມາດປ້ອງກັນການເກີດພະຍາດມະເຮັງໄດ້, ມີລິດຕໍ່ຕ້ານແຊນມະເຮັງຕ່າງໆ ເຊັ່ນ : ມະເຮັງເຕົ້ານົມ ແລະ ມະເຮັງຕ່ອມລູກໝາກ.

  • ຜັກບົວລະພາ : ເປັນສະໝຸນໄພທີ່ມີກິ່ນຫອມ ຊ່ວຍປ້ອງກັນການເກີດພະຍາດມະເຮັງ. ໃບຜັກບົວລະພາມີເບຕ້າແຄໂຣທີນຫລາຍເຖິງ 452,16 ໄມໂຄຣກຣາມ ຈຶ່ງຊ່ວຍປ້ອງກັນພະຍາດຫົວໃຈຂາດເລືອດ ແລະ ພະຍາດມະເຮັງ.

  • ພິກໄທ : ມີກິ່ນເປັນເອກະລັກ, ລົດຊາດເຜັດຮ້ອນ ຈຶ່ງຊ່ວຍໄລ່ເຫື່ອ, ແກ້ອາການຍື່ງທ້ອງແໜ້ນທ້ອງ, ແກ້ອາການເຈັບແຂ້ວ, ຊ່ວຍໃຫ້ຈະເລີນອາຫານ ແລະ ຍັງສາມາດຊ່ວຍໃນການຄວບຄຸມການເຜົາຜານໃນຮ່າງກາຍ, ເຮັດໃຫ້ກະດູກແຂງແຮງ, ຊ່ວຍຂັດຂວາງການເສື່ອມຂອງຕັບ ແລະ ສາມາດປ້ອງກັນພະຍາດມະເຮັງໄດ້.

  • ໃບ ແລະ ໝາກຂີ້ຫູດ : ມີສານຕ້ານອະນຸມູນອິດສະລະຫລາຍ ຈຶ່ງມີສ່ວນຊ່ວຍເສີມສ້າງພູມຕ້ານທານໃຫ້ແກ່ຮ່າງກາຍ ແລະ ຊ່ວຍຢຸດການຈະເລີນເຕີບໃຫຍ່ ແລະ ຂັດຂວາງການແຜ່ກະຈາຍຂອງແຊນມະເຮັງໄດ້ນຳ.

  • ຜັກໜອກ : ໃບຜັກໜອກເປັນສະໝຸນໄພທີ່ມີລິດເຢັນ ຈຶ່ງສາມາດດັບຮ້ອນ ຊ່ວຍຫລຸດຄວາມຮ້ອນພາຍໃນຮ່າງກາຍໄດ້, ມີສັບພະຄຸນຊ່ວຍຫລຸດອາການເຈັບຫົວເບື້ອງດຽວ, ແກ້ປວດໄມເກຣນ ທັງຍັງມີສານຕ້ານມະເຮັງ ໃບຜັກໜອກຈຶ່ງສາມາດຊ່ວຍຂັດຂວາງແຊນມະເຮັງໄດ້.
  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ