ຖະແຫຼງການຂອງກະຊວງການຕ່າງປະເທດ

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຫັນວ່າ ເເຜນການຈະຮັບຮອງເອົາກົດໝາຍວ່າດ້ວຍການສ້າງ ແລະ ປັບປຸງລະບຽບກົດໝາຍ ແລະ ກົນໄກປະຕິບັດກົດໝາຍຕ່າງໆ ຂອງເຂດປົກຄອງພິເສດຮົງກົງ ເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດ ໂດຍກອງປະຊຸມສະພາປະຊາຊົນທົ່ວປະເທດຄັ້ງທີ 3 ສະໄຫມທີ 13 ຂອງ ສປ ຈີນ ທີ່ພວມດຳເນີນຢູ່ໃນປັດຈຸບັນນັ້ນ ແມ່ນສອດຄ່ອງກັບກົດໝາຍ, ລັດຖະທຳມະນູນ ຂອງ ສປ ຈີນ ແລະ ເປັນສິດອັນຊອບທຳໃນການປົກປັກຮັກສາຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງຊາດ ຂອງ ສປ ຈີນ.

ລັດຖະບານ ສປປ ລາວ ເວລາໃດກໍ່ຢຶດໝັ້ນນະໂຍບາຍຈີນດຽວ ແລະ ຮັບຮູ້ ຮົງກົງແມ່ນເຂດປົກຄອງພິເສດຂອງ ສປ ຈີນ ຕາມລະບົບ “ຈີນດຽວ ສອງລະບອບ”.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ