ການດຳລົງຊີວິດແບບຫລິ້ນກິນ ຂອງລູກສາວເສດຖີທີ່ຮັ່ງທີ່ສຸດໃນອາຊີ

ໂດຍ: ລູກເມືອງພວນ

ນາງສາວ Isha Ambani, ລູກສາວເສດຖີທີ່ຮັ່ງທີ່ສຸດໃນອາຊີ ມີແບບແຜນດຳລົງຊີວິດ ມັກຊຸມແຊວ ອັນໄດ້ສ້າງຄວາມສົນໃຈໃຫ້ແກ່ງານວິວາທີ່ມີລາຄາແພງໆ 100 ລ້ານໂດລາສະຫະລັດ ຂຶ້ນໄປ.

Isha Ambani, ອາຍຸ 28 ປີ, ເປັນລູກສາວດຽວຂອງຊາຍເສດຖີຮັ່ງມີທີ່ສຸດໃນອາຊີ, ຊື່ Mukesh Ambani ຊຶ່ງເປັນໜຶ່ງໃນບຸກຄົນໜຸ່ມນ້ອຍທີ່ສຸດໃນໂລກ ມີຊັບສິນຫຼາຍທີ່ສຸດ.

ບໍ່ຕ່າງຫຍັງກັບຜູ້ທີ່ຮັ່ງມີທົ່ວໄປ, Isha ມີຊື່ສຽງໂດ່ງດັງດ້ວຍການດຳລົງຊີວິດສະໜຸກສະໜານ ນັບແຕ່ມື້ອອກຈາກທ້ອງແມ່ມາ. ເຂົາເປັນເຈົ້າຂອງເຄື່ອງປະດັບເພັດພອຍ ທີ່ມີລາຄາສູງໆ ແລະ ມັກການຊຸມແຊວເປັນພິເສດ.

ເຂົາຍັງຖືກຈັບຕາມອງເປັນຂອງຂວັນໃຫ້ແກ່ງານວິວາທີ່ມີລາຄາແພງໆໃນປີ 2018. ປັດຈຸບັນເຂົາກຳລັງມີຄວາມສຸກກັບຜົວ ໃນຄະລືຫາດທີ່ຫລູຫລາ ແລະ ກວ້າງໃຫ່ຍເຖິງ 50.000 ແມັດ.

ເຖິງຢ່າງໃດກໍຕາມ, ເຂົາບໍ່ສະເພາະແຕ່ເປັນຄົນຫລິ້ນກິນ, ແຕ່ເຂົາຍັງພ້ອມກັບອ້າຍຄູ່ແຝດຊື່ Akash ມີໜ້າທີ່ຮັບຜິດຊອບທີ່ສຳຄັນໃນທຸລະກິດມູນຄ່າ 50 ຕຶື້ໂດລາຂອງຕະກຸນເຜົ່າ Ambani ອີກດ້ວຍ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ