ປີນີ້ເມືອງນາຫມໍ້ຈະສົ່ງອ້ອຍອອກໄປ ສປ ຈີນໄດ້ສູງເຖິງ 10 ພັນໂຕນ

ແຫລ່ງຂ່າວແຂວງອຸດົມໄຊໃຫ້ຮູ້ວ່າ: ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງແລ້ວ, ຊາວກະສິກອນຜູ້ປູກອອ້ຍຢູ່ເມືອງນາຫມໍ້ ແຂວງອຸດົມໄຊ ຈຳນວນ 5ບ້ານ ພວມສຸມໃສ່ຕັດອ້ອຍໃນເນື້ອທີ່ປູກຫລາຍກ່ວາ 280 ເຮັກຕາເພື່ອສົ່ງອອກ ສປ ຈີນ, ໃຫ້ໄດ້ຢ່າງຫນ້ອຍ10 ພັນໂຕນ, ຊຶ່ງປັດຈຸບັນ ຍັນລຸໄດ້ແລ້ວ 8.500 ໂຕນ, ສ່ວນຍັງອີກ 1.500ໂຕນ ຄາດວ່າຈະໃຫ້ສຳເລັດພາຍໃນທ້າຍເດືອນພຶດສະພານີ້ . ເພື່ອສົ່ງຂາຍໃຫ້ໂຮງງານນ້ຳຕານ ເມືອງຫລ້າ ສປຈີນ.


