ບຣາຊິລ (Brazil) ຕ້ານພະຍາດໂຄວິດ-19 ຕ່າງໝູ່ໃນໂລກ

ໂດຍ: ລູກເມືອງພວນ

ໄລ່ມາເຖິງວັນທີ 19 ພຶດສະພານີ້, Brazil ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ  254.000 ແລະ ເສຍຊີວິດ 16.700 ຄົນ. ສຳນັກຂ່າວ Reuters ໃຫ້ຮູ້ວ່າ: ສະຫະລັດອາເມລິກາມີຜູ້ຕິດເຊື້ອທົບ 6 ເທື່ອ Brazil ແຕ່ມີພະນັກງານພະຍາບານ ແພດໝໍຕິດເຊື້ອພຽງ 107 ຄົນ. ອີຕາລີມີ ຜູ້ເສຍຊີວິດຫຼາຍທົບເຄິ່ງ Brazil ກໍມີແຕ່ 39 ຄົນແພດໝໍເສຍຊີວິດ ແຕ່ສຳລັບຢູ່ Brazil ມີພະຍາບານ, ແພດໝໍເສຍຊີວິດເຖິງ 116 ຄົນ.

ໜັງສືພິມ Wall Street Journal ໃຫ້ຮູ້ວ່າ: Brazil ໄດ້ກາຍເປັນປະເທດທີ່ມີພະນັກງານແພດໝໍຕິດເຊື້ອ ແລະ ເສຍຊີວິດຍ້ອນໂຄວິດ-19 ຫຼາຍທີ່ໜຶ່ງໃນໂລກ.

ການຫຼຸດໂຕນກັນຄືດັ່ງກ່າວຂອງພະນັກງານການແພດໝໍທີ່ຕາຍຍ້ອນພະຍາດໂຄວິດ-19ລະຫວ່າງ Brazil ແລະ ບັນດາປະເທດໃນໂລກນັ້ນ, ໜັງສືພິມ Wall Street Journal ໃຫ້ຮູ້ວ່າ ບັນດາພະຍາບານ ແພດໝໍ Brazil ມັກຈະໃຊ້ເຄື່ອງມືການແພດທີ່ເກົ່າແກ່ ແລະ ບໍ່ມີເຄື່ອງປ້ອງກັນທີ່ພຽງພໍ ຈຶ່ງເຮັດໃຫ້ພະນັກງານການແພດຕິດເຊື້ອ ແລະ ເສຍຊີວິດຢ່າງຫຼວງຫຼາຍ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ