ໄອຍະການ ສະເປນ ຍື່ນຟ້ອງ ໂຣນັນໂດ ກໍລະນີໜີພາສີ

ສຳນັກງານໄອຍະການປະຈຳ ນະຄອນຫຼວງມາດຣິດ ປະ ເທດສະເປນ ຍື່ນຟ້ອງ ຄຣິສຕຽນ ໂນ ໂຣນັນໂດ ດາວເຕະຊື່ດັງຂອງ ຣິນ ມາດຣິດ ແຊ໊ມລາລີກາ ສະ ເປນ ໃນຂໍ້ຫາໜີພາສີ.
ໂຣນັນໂດ ຖືກກ່າວຫາວ່າ ໜີພາເປັນເງິນເຖິງ 14.7 ລ້ານເອີ ໂຣ ໃນໄລຍະລະຫວ່າງປີ 2011 -2014 ໂດຍຖະແຫຼງ ການ ຂອງຝ່າຍໄອຍະການລະບຸວ່າ: ໂຣນັນໂດ ຈົງໃຈໃຊ້ໂຄງສ້າງທຸ ລະກິດທີ່ຖືກສ້າງຂຶ້ນໃນປີ 2010 ໃນການປົກປິດລາຍຮັບຈາກລິ ຂະສິດດ້ານພາບພົດທີ່ໄດ້ຮັບໃນ ສະເປນ.
ນອກຈາກນີ້ມີການກ່າວ ຫາວ່າ ໂຣນັນໂດ ແຈ້ງວ່າມີລາຍ ຮັບພຽງ 11.5 ລ້ານເອີໂຣ ລະ ຫວ່າງປີ 2011-2014 ຂະນະທີ່ ມີລາຍຮັບທີ່ແທ້ຈິງສູງເຖິງ 43 ລ້ານເອີໂຣ ເລີຍກະວ່າໄດ້ ແຖມ ຍັງບໍ່ລວມເງິນຈຳນວນ 28.4 ລ້ານເອີໂຣ ທີ່ໄດ້ຈາກການຂາຍ ລິຂະສິດດ້ານພາບພົດໃຫ້ກັບບໍລິ ສັດແຫ່ງໜຶ່ງໃນ ສະເປນ ນຳໄປ ໃຊ້ລະຫວ່າງປີ 2015-2020 ເອົາໄວ້ໃນລາຍການເງິນໄດ້ຂອງໂຕເອງນຳອີກ.

