ຈີນຈ່າຍເງິນອູດໜູນໃຫ້ຊາວນາ ເພື່ອໃຫ້ປະລະການລ້ຽງສັດປ່າ

ໂດຍ: ລູກເມືອງພວນ

ແຂວງ ຫູໜານ ເປັນແຂວງທຳອິດທີ່ຈັດຕັ້ງປະຕິບັດການອູດໜູນຕໍ່ຊາວນາ ເພື່ອໃຫ້ປະລະການລ້ຽງສັດປ່າ ພາຍຫຼັງມີກົດໝາຍຂອງລັດຖະບານອອກມາຫວ່າງເດືອນກຸມພາ.

ນີ້ແມ່ນຄວາມພະຍາຍາມຂອງລັດຖະບານປະເທດນີ້ ເພື່ອແນໃສ່ໃຫ້ຢຸດຕິການລ້ຽງສັດປ່າທີ່ມີມູນຄ່າສູງເຖິງ 74 ຕື້ ໂດລາ (ຂໍ້ມູນຈາກສະຖາບັນເທັກໂນໂລຢີຂອງຈີນ).

ຖ້າຫາກຊາວນາ ແລະ ເຈົ້າຂອງນິຄົມລ້ຽງສັດປ່າເພື່ອເອົາຊີ້ນ ຫາກຢຸດຕິການເຮັດທຸລະກິດດ້ານນີ້ ຈະໄດ້ຮັບການຊົດເຊີຍ ແລະ ໃຫ້ຫັນໄປລ້ຽງສັດຊະນິດອື່ນແທນ. ໃນນະໂຍບາຍດັ່ງກ່າວ, ຊາວນາຈະໄດ້ຮັບເງິນຊົດເຊີຍຄືນ 17 ໂດລາ/1ກິໂລກະລາມຊີ້ນງູ, ເກືອບ 11 ໂດລາ/1ກິໂລກະລາມຊີ້ນໜູ (ຂໍ້ມູນຈາກໜັງສືພິມ South China Morning Post). ຖ້າຜູ້ໃດຢາກລ້ຽງເພື່ອການຄົ້ນຄວ້າທາງວິທະຍາສາດ ຫຼື ເພື່ອປຸງແຕ່ງເປັນຢາ ຈະຕ້ອງໄດ້ຮັບອະນຸຍາດ.

ການລ້ຽງສັດປ່າເພື່ອຫາລາຍໄດ້, ໄດ້ກາຍເປັນແຫຼ່ງລາຍຮັບຕົ້ນຕໍຢູ່ຫຼາຍເຂດໃນຈີນ, ໂດຍສະເພາະແມ່ນເຂດທີ່ຍັງມີຄວາມທຸກຍາກຢູ່.

ສັດປ່າ ໄດ້ກາຍເປັນພາຫະນະການນຳເຊື້ອພະຍາດ ຫຼາຍຊະນີດ ໄປສູ່ຄົນເຊັ່ນ: ພະຍາດຊາ, ໂຄວິດ-19 ຊຶ່ງເປັນພະຍາດເອົາຊີວິດຄົນໃນໂລກໄປຫຼາຍກວ່າ 300.000 ຄົນໃນທົ່ວໂລກນັ້ນ ມີສ່ວນພົວພັນກັບໂຕເຈຍ ໄດ້ແຜ່ເຊື້ອໄປໃສ່ຄົນໃນຕະຫຼາດຂາຍສັດປ່າໃນ ອຸຮັ່ນ ຂອງຈີນ.

ພາຍຫຼັງມີການລະບາດຂອງພະຍາດ, ຈີນໄດ້ຫ້າມເຄື່ອນຍ້າຍ, ຄ້າຂາຍສັດປ່າທົ່ວທັງປະເທດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ