ອຳນວຍການ WTO ລາອອກກະທັນຫັນ ເປີດທາງຮັບມືເສດຖະກິດ ຫລັງໂຄວິດ-19

ຜູ້ອຳນວຍການອົງການການຄ້າໂລກ( WTO) ປະກາດລາອອກຈາກຕຳແໜ່ງກະທັນຫັນ ກ່ອນໝົດວາລະທີ່ສອງຂອງລາວ ໃນສະພາບການຄ້າໂລກກຳລັງຖືກປັນປ່ວນຈາກສົງຄາມການຄ້າ ແລະ ການລະບາດຂອງໂຄໂຣນາໄວຣັສ.

ໂຣເບີໂຕ ອາເຊເວໂດ ຜູ້ອຳນວຍການອົງການການຄ້າໂລກ ປະກາດແຜນການລາອອກຂອງລາວເມື່ອວັນພະຫັດ ໂດຍລະບຸວ່າ ຈະກ້າວລົງຈາກແໜ່ງໃນວັນທີ 31 ສິງຫານີ້, ຊຶ່ງລາວຈະໝົດວາລະທີ່ສອງໃນອີກ 1 ປີຕໍ່ໜ້າ ແລະ ການສະລະຕຳແໜ່ງຂອງລາວກ່ອນໝົດວາລະ ຈະເປີດທາງໃຫ້ຜູ້ອຳນວຍການຄົນໃໝ່ເຂົ້າມາປະຕິບັດໜ້າທີ່ແທນໃນໄລຍະບໍ່ທໍ່ໃດເດືອນຕໍ່ໜ້ານີ້ເພື່ອຮັບກັບການປ່ຽນແປງໃໝ່ທີ່ຈະເກີດຂຶ້ນຫລັງການລະບາດຂອງໂຄວິດ-19.

ແຜນການລົງຈາກຕຳແໜ່ງຂອງທ່ານ ອາເຊເວໂດ ມີຂຶ້ນໃນລະຫວ່າງຄວາມທ້າທາຍຂອງ WTO ໃນຖານະຜູ້ຄວບຄຸມກົດລະບຽບການຄ້າໂລກ ແລະ ຫລຸດຜ່ອນຂໍ້ຂັດແຍ່ງທາງການຄ້າລະຫວ່າງປະເທດ, ໂດຍສະເພາະຂໍ້ຂັດແຍ່ງກັບສະຫະລັດ ອາເມລິກາທີ່ເຮັດໃຫ້ການເຮັດວຽກຂອງ WTO ຕ້ອງລະງັບ ຈາກການທີ່ສະຫະລັດຂັດຂວາງການແຕ່ງຕັ້ງຄະນະເຮັດວຽກໃນທ້າຍປີກ່ອນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ