ວິທີການປູກຜັກບົ້ງ ເປັນຜັກທີ່ມີແຄຊຽມສູງປູກງ່າຍຈະເລີນໄວ

ວິທີການປູກ:

ຜັກບົ້ງເປັນຜັກທີ່ຄົນເຮົານິຍົມກັນຮັບປະທານຫລາຍເນື່ອງຈາກເປັນຜັກທີ່ຫາຊື້ໄດ້ຂາຍຕາມທ້ອງຕະຫລາດ ແລະ ກະເສດຕະກອນ ສ່ວນຫລາຍນິຍົມປູກຜັກບົ້ງເນື່ອງຈາກເປັນຜັກທີ່ປູກໄດ້ງ່າຍຂະຫຍາຍໂຕໄວ, ມີໄລຍະເວລາການປູກພຽງ 25-30 ວັນ ກໍລົກໄດ້ແລ້ວ ແລະ ເປັນຜັກທີ່ປູກໄດ້ຕະຫລອດປີ.

ວິທີປູກ ມີ 2 ແບບຄື:

  1. ແບບຫວ່ານ, ການປູກແບບນີ້ຈະເປັນການຫວ່ານເມັດຜັກບົ້ງລົງໄປໃນໜານດິນໂດຍກົງ ແລ້ວຫົດນ້ຳ,ແຕ່ມີຂໍ້ເສຍຄື ຜັກບົ້ງເປັນຜັກທີ່ມີຄວາມຕ້ອງການນ້ຳຫລາຍ ເວລາຫົດນ້ຳຈະເຮັດໃຫ້ຕົ້ນຜັກບົ້ງຍາດນ້ຳກັນ ແລ້ວ ເຮັດໃຫ້ການເຕີບໃຫຍ່ບໍ່ເທົ່າກັນ.
  2. ການປູກຜັກບົ້ງແບບຢອດເມັດ ຈະເປັນການປູກແບບແນວເສັ້ນກົງ ຫລັງຈາກນັ້ນຈິງນຳເມັດພັນໄປຢອດຕາມແນວເສັ້ນກົງ ເພື່ອບໍ່ໃຫ້ເມັດໃກ້ກັນຫລາຍເກີນໄປແລ້ວປົກດິນຫົດນ້ຳໄດ້, ພໍເມັດຈະເລີນເຕີບໃຫຍ່ກໍຈະເປັນແຖວງາມດີ .

ວິທີການປູກ:

  1. ຊື້ເມັດຜັກບົ້ງຕາມຮ້ານກະເສດທົ່ວໄປ ແລ້ວນຳມາແຊ່ນ້ຳປະມານ 48 ຊົ່ວໂມງ.
  2. ພູນດິນປູກເພື່ອຕາກແດດປະມານ 15-30 ວັນ
  3. ສືບຕໍ່ພູນດິນອີກຮອບໜຶ່ງ ແລະ ເລີ່ມປູກໃສ່ໜານ
  4. ໃສ່ປຸຍລົງໄປໃນໜານປົນກັບດິນໃຫ້ເຂົ້າກັນ
  5. ແປງໜ້າດິນໃຫ້ລຽບສະເໜີກັນ ບໍ່ໃຫ້ເປັນຂຸມເປັນບວກເພາະຈະເຮັດໃຫ້ຜັກບົ້ງເຕີບໃຫຍ່ບໍ່ເທົ່າກັນ.
  6. ວິທີການຫວ່ານເມັດ ຫລື ແບບຢອດເມັດກໍໄດ້ ແລ້ວແຕ່ຄວາມຕ້ອງການ
  7. ການກຳຈັດສັດຕູພືດສາມາດເຮັດທັນທີໂດຍການພູນດິນ ຫລື ການລົກດ້ວຍມື
  8. ການຫົດນ້ຳ: ຜັກບົ້ງເປັນຜັກທີ່ຕ້ອງການນ້ໍາຫລາຍ ແລະ ສະໝ່ໍາສະເໝີ ແຕ່ບໍ່ຄວນຫລາຍເກີນໄປຈົນນ້ຳຂັງເພາະຈະເຮັດໃຫ້ຮາກຜັກບົ້ງເໜົ່າ ແລະ ບໍ່ຈະເລີນເຕີບໃຫຍ່ ຄວນຫົດນ້ຳທຸກມື້ ມື້ລະ 1-2 ຄັ້ງ ແຕ່ຖ້າມື້ໃດຝົນຕົກກໍບໍ່ຈຳເປັນຕ້ອງຫົດນ້ຳອີກ, ສໍາຄັນຢ່າໃຫ້ຜັກບົ້ງຂາດນ້ໍາເພາະຈະເຮັດໃຫ້ຜັກບົ້ງຂາດການຈະເລີນເຕີບໃຫຍ່ ບໍ່ມີຄຸນນະພາບ ແລະ ລາຄາກໍຈະບໍ່ໄດ້ດີ.
  9. ຜັກບົ້ງເປັນຜັກທີ່ຈະເລີນເຕີບໃຫຍ່ໄວພຽງ 25-30 ວັນ ຫລື ຕົ້ນສູງປະມານ 30-35 ຊັງຕີແມັດ ກໍສາມາດເກັບກ່ຽວໄດ້ແລ້ວ. ກ່ອນເກັບກ່ຽວຄວນຫົດນ້ໍາໜານດິນໃຫ້ຊຸ່ມ ເພື່ອການເກັບກ່ຽວຈະງ່າຍຂຶ້ນ ເຮັດໃຫ້ຮາກຜັກບົ້ງບໍ່ຂາດ ແລະ ນຳໄປລ້າງນ້ຳອີກເທື່ອໜຶ່ງ (ສຳຄັນບໍ່ຄວນເອົາຜັກບົ້ງໄປຕາກແດດເພາະຈະເຮັດໃຫ້ຜັກຫ່ຽວ) .

 

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ