ໄພແລ້ງປີນີ້ອາດເຮັດໃຫ້ການຜະລິດກະສິກຳຢູ່ນະຄອນຫລວງວຽງຈັນບໍ່ບັນລຸຕາມແຜນ

ຮອງຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການຜະລິດກະສິກຳຂອງນະຄອນຫລວງວຽງຈັນລະດູຝົນນີ້, ຄາດວ່າຈະບໍ່ໄດ້ຕາມແຜນເນື່ອງຈາກຫລາຍບ່ອນປະສົບກັບສະພາບແຫ້ງແລ້ງ, ຝົກຕົກຫນ່ອຍ ແລະ ຂາດຊ່ວງ, ຊຶ່ງຕ່າງກັບລະດູຝົນປີ 2019 ຜ່ານມາໄດ້ເກີດມີສະພາບນ້ຳຖ້ວມຢູ່ຫຼາຍເມືອງຄື: ໄຊທານີ, ປາກງື່ມ, ນາຊາຍທອງ ແລະ ຫາດຊາຍຟອງ ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດລະດູຝົນເປັນຈຳນວນບໍ່ຫນ່ອຍ, ໃນນີ້ມີເນື້ອທີ່ 2.557 ເຮັກຕາ, ໜອງປາ 70 ເຮັກຕາ ,ຟາມໄກ່ ຫລາຍສິບໂຕ, ຊົນລະປະທານ 10 ສະຖານີ ລວມມູນຄ່າເສຍຫາຍປະມານ 43,75 ຕື້ກີບ ແລະ ສະເພາະປີໄດ້ມີສະພາບໄພແຫ້ງແລ້ງ, ດັ່ງນັ້ນ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫລວງ ຈຶ່ງໄດ້ອອກແຈ້ງການ ເຖິງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຕ່າງໆ, ສະຖານນີສູບນໍ້າອ້ອມຂ້າງ ເພື່ອກະກຽມຕ້ານແລ້ງຕ້ານຖ້ວມ ແລະ ໄດ້ມອບໃຫ້ຂະແໜງຊົນລະປະທານ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງລົງກວດກາລະບົບຊົນລະປະທານ, ຈັກສູບນໍ້າ ແລະ ອ່າງເກັບນ້ຳຕ່າງໆໃຫ້ມີຄວາມຮັບປະກັນ ແລະ ມີຄວາມພ້ອມໃນການເກັບກັກນ້ຳຮັບໃຊ້ການຜະລິດ, ໂດຍປີນີ້ຄາດວ່າຈະຕ້ອງປູກເຂົ້ານາປີໃຫ້ໄດ້ 52.000 ເຮັກຕາ. ໃນນີ້ມີປະມານ 20.000 ເຮັກຕາ ແມ່ນເນື້ອທີ່ຮັບນໍ້າຊົນລະປະທານ.
ສຳລັບປີນີ້ ນະຄອນຫລວງໄດ້ຮັບເງິນຮ່ວງໄພພິບັດ 7 ໂຄງການ ຄື: ໂຄງການຟື້ນຟູສ້ອມແປງປະຕູນ້ຳຫ້ວຍໃໝ່ ບ້ານໝາກນາວ ແລະ ໂຄງການສ້ອມແປງລະບົບຈັກສູບນ້ຳຕ້ານແລ້ງ 6 ແຫ່ງ ຄື: ຈັກສູບນ້ຳຢູ່ບ້ານນາລ້ອງ 2 ເມືອງຫາດຊາຍຟອງ , ໂຄງການສ້ອມແປງຈັກສູບນ້ຳບ້ານໂນນຊາຍ ເມືອງປາກງື່ມ ໂຄງການສ້ອມແປງຈັກສູບນ້ຳບ້ານໄຮ່ ໂຄງການສ້ອມແປງຈັກສູບນ້ຳບ້ານເວີນຄຳ ໂຄງການສ້ອມແປງຈັກສູບນ້ຳບ້ານຫາດວຽງຄຳ ແລະ ໂຄງການສ້ອມແປງຈັກສູບນ້ຳບ້ານນາແຖ ເມືອງໄຊທານີ ໂດຍໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດມາໄດ້ 1 ເດືອນແລ້ວ ແລະ ຈະໃຫ້ສຳເລັດໃນເດືອນກໍລະກົດນີ້, ນອກນັ້ນ ຍັງໄດ້ຮັບເງິນຈາກກອງທຶນສິ່ງແວດລ້ອມ 80 ລ້ານກີບ ລວງຮ່ອງລະບາຍນ້ຳບຶງທາດຫຼວງ ແຕ່ສູນການຄ້າອາຊຽນມໍ-ຂົວໜອງໜ່ຽງ ຍາວ 3.800 ແມັດ ໂດຍຂະແໜງຊົນລະປະທານຮ່ວມກັບຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຈັດຕັ້ງປະຕິບັດສຳເລັດ ນອກນີ້ຍັງໄດ້ສົມທົບກັບອຳນາດການປົກຄອງປຸກລະດົມກຸ່ມຜູ້ນຳໃຊ້ນ້ຳ ແລະ ປະຊາຊົນອະນາໄມລວງຄອງເໝືອງ ປະຕູນ້ຳ ຈຸດອຸດຕັນຕື້ນເຂີນ ແລະ ກວດກາປະຕູນ້ຳເຂດເລາະນ້ຳຂອງ ນ້ຳງື່ມ ເພື່ອໃຫ້ນ້ຳໄຫຼສະດວກໃນລະດູຝົນ ໂດຍຂະແໜງຊົນລະປະທານ ໄດ້ມີມາດຕະການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອມີຄວາມຮັບປະກັນໃນການຕ້ານແລ້ງຕ້ານຖ້ວມ.

