ລາຄາສະບຽງອາຫານໂລກ ຫລຸດລົງ 3,4%

ແຫລງຂ່າວ ຫວຽດນາມລາຍງານວ່າ: ວັນທີ 7 ເດືອນພຶດສະພານີ້, ອົງການ ສະບຽງອາຫານ ແລະ ກະສິກຳ (FAO) ໃຫ້ຮູ້ວ່າລາຄາສະບຽງອາຫານໂລກ ໄດ້ຫລຸດລົງເປັນເດືອນທີ ຢ່າງຕໍ່ເນື່ອງ ໃນເດືອນເມສາຜ່ານມາ, ຍ້ອນຜົນກະທົບຈາກ ພະຍາດໂຄວິດ-19 ສົ່ງຜົນເຖິງ ເສດຖະກິດ ດັດສະນີ ລາຄາ ສະບຽງ ອາຫານຂອງ FAO ໄດ້ມີການປ່ຽນແປງໃນແຕ່ລະເດືອນໂດຍສະເພາະ ເດືອນເມສາຜ່ານມາ, ບັນດາທັນຍາພືດ, ຜະລິດຕະພັນຈາກນ້ຳນົມ, ຊິ້ນ ແລະ ນ້ຳຕານ ບັນລຸ 165,5 ຈຸດ , ຫລຸດລົງ 3,4% ເມື່ອທຽບໃສ່ ເດືອນມນາຜ່ານມາ.  

FAO ໃຫ້ຮູ້ວ່າ ບັນດາ ປະເທດ ຜະລິດ ຂະໜາດໃຫຍ່ພວມຜະເຊີນກັບສະພາບການຢຸດຈື້ງໃນຂົງເຂດການຜະລິດໃນຂະນະທີ່ຄຳສັ່ງປິດເມືອງຢູ່ບັນດາປະເທດ ແລະ ເຂດແຄວ້ນ ເພື່ອສະກັດກັ້ນ ຄວາມສ່ຽງ ໃນການແຜ່ ລະບາດ ຂອງ ພະຍາດໂຄວິດ-19  ສົ່ງຜົນໃຫ້ ປະລິມານ ການຂາຍຫລຸດລົງຢ່າງຫລວງຫລາຍ.  

ນອກຈາກນັ້ນ, FAO ໄດ້ສືບຕໍ່ຮັກສາ ປະລິມານທັນຍາພືດໃຫ້ມີຄວາມໝັ້ນຄົງໃນລະດັບສູງເຖິງ 2,720 ຕື້ໂຕນ ໃນປີ 2019 ແຕ່ຫລຸດຜ່ອນຄວາມຕ້ອງການ ໃນການນຳໃຊ້ສິນຄ້າປະເພດນີ້ໃນສົກປີ 2019-2020  ລວມມີ  24,7 ລ້ານໂຕນ ເນື່ອງຈາກຜົນກະທົບຈາກພະຍາດໂຄວິດ-19 ຕໍ່ພື້ນຖານ ເສດຖະກິດ.  ອົງການນີ້ ຍັງຄາດວ່າ ແຫລ່ງສະໜອງ ແລະ ຄວາມຕ້ອງການ ເຂົ້າບາເລຢູ່ທົ່ວໂລກ ໃນລະດູ ເກັບກ່ຽວ 2020-2021 ບັນລຸ ປະລິມານ 762,6 ລ້ານໂຕນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ