ລະວັງສິ່ງເຫລົ່ານີ້ເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍ

ຄວາມປອດໄພໃນການເດີນທາງເປັນສິ່ງສຳຄັນ, ຄວາມລຶ້ງເຄີຍໃນແຕ່ລະມື້ອາດເຮັດໃຫ້ເຮົາລືມລະມັດລະວັງຈາກອຸປະຕິເຫດການຈະລາຈອນທີ່ອາດເກີດຂຶ້ນໄດ້, ແຕ່ເຮົາສາມາດຫລຸດຄວາມສ່ຽງໄດ້ ໂດຍການເພີ່ມຄວາມລະມັດລະວັງ ດັ່ງນີ້ :

ຄວາມປະໝາດ : ເປັນສາເຫດຕົ້ນຕໍອັນສຳຄັນທີ່ເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍ ແລະ ຫລາຍທີ່ສຸດ ເຊັ່ນ : ຄວາມປະໝາດໃນການຂ້າມຖະໜົນ, ຄວາມປະໝາດໃນການຂັບລົດ,​ ຄວາມປະໝາດໃນການນັ່ງຊ້ອນທ້າຍລົດຈັກ.
ຄວາມຖືເບົາຕໍ່ກົດຈະລາຈອນ ຫລື ຂໍ້ບັງຄັບຕ່າງໆ : ຫາກເຮົາບໍ່ເຄົາລົບກົດຈະລາຈອນ ຫລື ຂໍ້ບັງຄັບໃນການຂັບຂີ່ ຫລື ໂດຍສານຍານພາຫະນະທັງຫລາຍ ຖ້າເຮົາບໍ່ເກີດອຸປະຕິເຫດກໍອາດເຮັດໃຫ້ຜູ້ໂດຍສານຮ່ວມທາງມານຳປະສົບເຫດຮ້າຍໄດ້ ເຊັ່ນ : ການຂັບລົດໄວເກີນອັດຕາທີ່ກົດໝາຍກຳນົດ ຫລື ຝ່າຝືນສັນຍານໄຟຈະລາຈອນ.
ພຶດຕິກຳສ່ຽງເຊັ່ນ : ບໍ່ໃສ່ໝວກກັນກະທົບຂະນະທີ່ຂີ່ລົດຈັກ, ເມົາແລ້ວຂັບ, ບໍ່ຮັດສາຍຮັດນິລະໄພ ເປັນຕົ້ນ.
ສະພາບແວດລ້ອມ :ສະພາບການຈະລາຈອນທີ່ແອອັດ, ໄຮ້ລະບຽບ, ເຮັດໃຫ້ການເຄື່ອນໂຕຂອງຍານພາຫະນະເປັນໄປໄດ້ຍາກລຳບາກ, ຜູ້ທີ່ມີວຽກດ່ວນ ຫລື ໃຈຮ້ອນມັກຂາດຄວາມລະມັດລະວັງ ເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍ.
ສະພາບເສັ້ນທາງ : ຍ້ອນພື້ນຜິວຂອງເສັ້ນທາງ, ການຈະລາຈອນ ຫລື ລັກສະນະພູມສັນຖານຂອງປະເທດທີ່ບໍ່ລຶ້ງເຄີຍ ເຊັ່ນ : ເປັນຂີ້ຕົມ, ເປັນຂຸມເປັນບວກ, ນຳ້ຂັງ ຫລື ມີສິ່ງກີດຂວາງເທິງເສັ້ນທາງຈະລາຈອນ ຫລື ແສງສະຫ່ວາງບໍ່ພຽງພໍ ເຮັດໃຫ້ສ່ຽງຕໍ່ການເກີດອຸປະຕິເຫດໄດ້.
ສະພາບອາກາດເຊັ່ນ : ຝົນຕົກ, ໝອກລົງໜາ, ພາຍຸຝົນຟ້າຄະນອງ, ທັດສະນະວິໄສທີ່ບໍ່ດີ ເຮັດໃຫ້ເກີດອຸປະຕິເຫດໄດ້.
ສະພາບຮ່າງກາຍ :ຄວາມເຈັບປ່ວຍ ຫລື ຄວາມບົກພ່ອງຂອງຮ່າງກາຍ ເຮັດໃຫ້ເກີດອຸປະຕິເຫດໄດ້ ເຊັ່ນ : ຂັດລົດຂະນະທີ່ກິນຢາແກ້ໄຂ້ຫວັດທີ່ອອກລິດເຮັດໃຫ້ງ່ວງນອນ ເປັນຕົ້ນ.
ສະພາບຈິດໃຈ ເຊັ່ນ : ຂັບລົດຂະນະທີ່ຈິດໃຈບໍ່ດີ ຫລື ຢ້ານກົວ ຫລື ຢູ່ໃນສະພາບມຶນເມົາສິ່ງເສບຕິດ ຫລື ດື່ມເຄື່ອງດື່ມອານກໍຮໍ.
ສະພາບຍານພາຫະນະ :ການຖືເບົາຕໍ່ການກວດເຊັກສະພາບຂອງຍານພາຫະນະກ່ອນການເດີນທາງ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ