ກະຊວງສຶກສາອອກຂໍ້ແນະນຳຜັນຂະຫຍາຍ ຄໍາສັ່ງສຳນັກງານາຍົກລັດຖະມົນຕີ ເລກທີ 524/ຫສນຍ

ໃນວັນທີ 4 ພຶດສະພານີ້, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄຳແນະນຳການຜັນຂະຫຍາຍຄຳສັ່ງສຳນັກງານນາຍົກລັດຖະມົນຕີສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພາຜ່ານມາ, ເນື່ອງຈາກການລະບາດຂອງພະຍາດໂຄວິດຍັງເພີ່ມຂຶ້ນຕໍ່ເນື່ອງ ແລະ ສຳລັບປະເທດເຮົາເຖິງບໍ່ທັນມີຜູ້ເສຍຊີວິດ, ແຕ່ກໍມີຄວາມສ່ຽງຈາກການກັບມາຂອງແຮງງານລາວ, ປະເທດອ້ອມຂ້າງຍັງມີການລະບາດ ແລະ ຜູ້ຕິດເຊື້ອໃນລາວເຮົາຍັງບໍ່ທັນປິ່ນປົວຫາຍດີທັງຫມົດ. ດັ່ງນັ້ນ ກະຊວງສຶກສາຈຶ່ງໄດ້ອອກຄຳສັ່ງແນະນຳເພີ່ມຕື່ມ 11 ຂໍ້, ສຳລັບຂະແຫນງການຂອງຕົນຄື:

1) ໃຫ້ທຸກພາກສ່ວນໃນຂະແໜງການສຶກສາ ແລະ ກິລາສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ດ້ວຍຄວາມເປັນເຈົ້າການ ໂດຍສືບຕໍ່ປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 06/ນຍ, ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ແຈ້ງການ ແລະ ລະບຽບຂອງຄະນະສະເພາະກິດ, ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ, ແຈ້ງການຂອງອົງການປົກຄອງທ້ອງຖິ່ນ ແລະ ນິຕິກຳຂອງພາກສ່ວນທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

2) ໃຫ້ພະນັກງານ, ຄູ-ອາຈານ ແລະ ລັດຖະກອນຂະແໜງການສຶກສາ ແລະ ກິລາ ຈັດການໝູນວຽນມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ. ຖ້າຫາກສຳນັກງານ ແລະ ສະຖານການສຶກສາ ແລະ ກິລາໃດມີເງື່ອນໄຂເຮັດວຽກຜ່ານລະບົບສື່ສານແບບເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດແມ່ນໃຫ້ປະຕິບັດຕາມຄວາມເໝາະສົມ.

3) ໃຫ້ກະກຽມເປີດການຮຽນ-ການສອນໃນໂຮງຮຽນຄືນສຳລັບຊັ້ນປະຖົມສຶກສາ ປີທີ 5, ຊັ້ນມັດທະຍົມສຶກສາປີທີ 4 ແລະ ຊັ້ນມັດທະຍົມສຶກສາປີທີ 7 ໃນວັນທີ 18 ພຶດສະພາ 2020. ສຳລັບຊັ້ນຮຽນອື່ນ ແລະ ການສຶກສາອື່ນນອກຈາກນີ້ແມ່ນໃຫ້ໂຈະການຮຽນໄປກ່ອນ ຈົນກວ່າຈະມີແຈ້ງການຂອງລັດຖະບານ ແລະ ຄະນະສະເພາະກິດໃໝ່ຕື່ມ.

4) ສະຖານການສຶກສາໃດທີ່ໄດ້ຈັດການຮຽນ-ການສອນຜ່ານຮູບແບບການສຶກສາທາງໄກໃນໄລຍະຜ່ານມາແມ່ນໃຫ້ສືບຕໍ່ຈັດການຮຽນ-ການສອນຈົນຈົບຫລັກສູດ ແລະ ໃຫ້ຕີລາຄາຜົນການຈັດຕັ້ງປະຕິບັດທາງດ້ານປະສິດທິພາບ ແລະ ຄຸນນະພາບຂອງການຮຽນ-ການສອນ ແລະ ໃຫ້ລາຍງານຕໍ່ສາຍຕັ້ງຂອງຕົນ.

5) ລາຍລະອຽດໃນການກະກຽມເປີດການຮຽນ-ການສອນໃນໂຮງຮຽນ ແລະ ການສອບເສັງຕ່າງໆຂອງຊັ້ນ ປ.5, ມ.4 ແລະ ມ.7 ແມ່ນມອບໃຫ້ກົມວິຊາການທີ່ກ່ຽວຂ້ອງອອກຄຳແນະນຳເປັນອັນສະເພາະ.

6) ສຳລັບນັກສຶກສາລາວທີ່ຕ້ອງການກັບໄປຮຽນຄືນຢູ່ຕ່າງປະເທດແມ່ນສາມາດເດີນທາງໄປໄດ້ ແຕ່ຕ້ອງປະຕິບັດຕາມລະບຽບການຂອງ ສປປ ລາວ ແລະ ຂອງປະເທດທີ່ໄປຮຽນຢ່າງເຂັ້ມງວດ.

7) ອະນຸຍາດໃຫ້ສາມາດຈັດປະຊຸມທາງການ ແລະ ຈັດການຝຶກອົບຮົມຂອງຂະແໜງການສຶກສາ ແລະ ກິລາ ພາຍໃນນະຄອນຫລວງ ແລະ ພາຍໃນແຂວງ ແຕ່ໃຫ້ຈຳກັດຜູ້ເຂົ້າຮ່ວມ ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນ້ຳສະອາດໃສ່ສະບູ ແລະ ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ.

8) ການຈັດກິດຈະກຳກິລາກາງແຈ້ງໃຫ້ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ.

9) ໃນກໍລະນີພໍ່ແມ່ຜູ້ປົກຄອງນັກຮຽນພົບຄວາມຫຍຸ້ງຍາກໃນການຊຳລະຄ່າຮຽນບໍ່ທ່ວງທັນ ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫລວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ສະມາຄົມການສຶກສາພາກເອກະຊົນ, ສະມາຄົມພໍ່ແມ່ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງ ປຶກສາຫາລືກັນເພື່ອຊອກຫາວິທີທາງອອກທີ່ເໝາະສົມ ເພື່ອໃຫ້ທຸກພາກສ່ວນຜ່ານພົ້ນວິກິດການຄັ້ງນີ້ໄປພ້ອມກັນ.

10) ມອບໃຫ້ກົມວິຊາການ, ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫລວງ ແລະ ພາກສ່ວນທີ່ກ່ຽວຂ້ອງຜັນຂະຫຍາຍ ແລະ ປະຕິບັດແຈ້ງການນີ້ໃຫ້ໄດ້ຮັບຜົນດີ ພ້ອມໃຫ້ລາຍງານຜົນຕໍ່ກະຊວງສຶກສາທິການ ແລະ ກິລາຊາບທຸກອາທິດ. ສຳລັບມະຕິກອງປະຊຸມເປັນພຽງການຄົ້ນຄວ້າພາຍໃນ ຖ້າວ່າບໍ່ມີແຈ້ງການອອກທາງການຖືວ່າບໍ່ທັນໃຫ້ຈັດຕັ້ງປະຕິບັດເທື່ອ.

11) ແຈ້ງການນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ໃນພາກປະຕິບັດຕົວຈິງຖ້າພາກສ່ວນໃດຕ້ອງການຄວາມກະຈ່າງແຈ້ງເພີ່ມຕື່ມແມ່ນໃຫ້ປະສານສົມທົບຄືນກັບຄະນະສະເພາະກິດຂອງກະຊວງສຶກສາທິການ ແລະ ກິລາ ຜ່ານເບີສາຍດ່ວນ 1520 ຫລື 021 452702 ແລະ ເບີສາຍດ່ວນຄະນະສະເພາະກິດແຫ່ງຊາດ 165 ຫລື 166.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ