ຮອງປະທານາທິບໍດີ ສະຫະລັດ ທ້າທາຍ ໂຄວິດ-19

ໂດຍ: ລູກເມືອງພວນ
ໃນຂະນະທີ່ໄປຢ້ຽມຢາມໂຮງໝໍ Mayo ຢູ່ໃນລັດ Minnesota ໃນວັນທີ 28 ເມສາ ນັ້ນ, ທ່ານ Mike Pence ບໍ່ໄດ້ໃສ່ໜ້າກາກຕາມຄຳແນະນຳຂອງແພດໝໍ, ໃນຂະນະທີ່ 10 ຄົນໄປກັບທ່ານນັ້ນໃຜໆກໍໃສ່ໝົດທຸກຄົນ.
ທ່ານອະທິບາຍວ່າ: “ຂ້ອຍເປັນຮອງປະທານາທິບໍດີ, ຂ້ອຍໄດ້ຮັບການກວດເຊື້ອເປັນປະຈຳ ແລະ ທຸກຄົນທີ່ມາກັບຂ້ອຍກໍລ້ວນແຕ່ໄດ້ກວດຫາເຊື້ອທັງ ໝມົດ…ຂ້ອຍບໍ່ໄດ້ຕິດເຊື້ອ. ສະນັ້ນ, ຂ້ອຍຄິດວ່າເວລານີ້ແມ່ນໂອກາດດີທີ່ຈະໄດ້ແລກປ່ຽນຄຳຄິດເຫັນກັບບັນດານັກວິທະຍາສາດ ແລະ ທິມແພດໝໍທັງຫຼາຍ”
ສະຫະລັດເປັນເຂດລະບາດພະຍາດໃຫ່ຍທີ່ສຸດໃນໂລກ, ມາເຖິງປັດຈຸບັນມີຜູ້ຕິດເຊື້ອຫຼາຍກວ່າ 1 ລ້ານຄົນ ແລະ ເສຍຊີວິດ 58.000 ຄົນ.

