ຜູ້ກໍ່ເຫດທຳຮ້າຍຮ່າງກາຍຈົນເສຍຊີວິດຢູ່ບ້ານແສງສະຫວ່າງເຂົ້າມອບຕົວຕໍ່ເຈົ້າໜ້າທີ່ແລ້ວ

ທ່ານ ພັນຕີ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕຳຫລວດສືບສວນ-ສອບສວນ ຄະດີອາຍາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 20:30 ໂມງຂອງວັນທີ 1 ມີຖຸນາຜ່ານມາ, ໄດ້ເກີດເຫດການທຳຮ້າຍຮ່າງກາຍກັນລະຫວ່າງ ທ້າວ ໂດວັນຈີ (ສັນຊາດຫວຽດນາມ), ອາຍຸ 26 ປີ ແລະ ທ້າວ ຫງວນວັນທ້ວນ (ສັນຊາດຫວຽດນາມ), ອາຍຸ 23ປີ ທັງສອງເປັນກຳມະກອນ, ພັກເຊົາຢູ່ບ້ານແສງສະຫວ່າງ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ຈົນເຮັດໃຫ້ທ້າວ ໂດວັນຈີ ເສຍຊີວິດຄາທີ່.
ຜູ້ເຫັນເຫດການ ໃຫ້ຮູ້ວ່າ: ທັງສອງເປັນໝູ່ຄູ່ ແລະ ເຮັດວຽກຮ່ວມກັນ, ຊຶ່ງວັນເກີດເຫດ ທັງສອງໄດ້ນັ່ງດື່ມເຫລົ້າ ແລະ ສົນທະນາກັນຫລາຍບັນຫາຂອງການເຮັດວຽກ, ຈົນເຮັດໃຫ້ທັງສອງຜິດຖຽງ ແລະ ອາລະວາດຕີກັນຢ່າງຮຸນແຮງ, ເຮັດໃຫ້ທ້າວ ໂດວັນຈີ ໄດ້ຮັບບາດເຈັບສາຫັດ ແລະ ທ້າວ ຫງວນວັນທ້ວນ ກໍໄດ້ນຳສົ່ງຜູ້ກ່ຽວໄປໂຮງໝໍໃນທັນທີ ແຕ່ໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ເມື່ອຮູ້ແນວນັ້ນ ທ້າວ ຫງວນວັນທ້ວນ ໄດ້ເອົາຕົວຫລົບໜີໃນວັນດັ່ງ ກ່າວ.
ພາຍຫລັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ກໍໄດ້ນຳກຳລັງລົງຕິດຕາມກວດກາສະຖານທີ່ກໍ່ເຫດ, ແຕ່ບໍ່ພົບຜູ້ກໍ່ເຫດ ມີພຽງພະຍານທີ່ເຫັນເຫດການທັງໝົດໃຫ້ການຕໍ່ເຈົ້າໜ້າທີ່ໃນເບື້ອງຕົ້ນ ແລະ ມາຮອດວັນທີ 3 ມີຖຸນານີ້, ຜູ້ກໍ່ເຫດ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ດ້ວຍຕົນເອງ ເພື່ອຂໍເຂົ້າມອບຕົວຮັບຜິດໃນເຫດການທີ່ເກີດຂຶ້ນ.

