ເຈົ້າແຂວງເຊກອງແນະນຳໃຫ້ເມືອງທ່າແຕງສືບຕໍ່ຄວບຄຸມພະຍາດໂຄວິດ-19 ໃຫ້ເຂັ້ມງວດ

ໃນກອງປະຊຸມລາຍງານການຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19ຢູ່ເມືອງທ່າແຕງ ວັນທີ 27 ເມສານີ້. ທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊກອງ ໄດ້ແນະນຳໃຫ້ເມືອງທ່າແຕງສືບຕໍ່ຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດ.

ເຖິງວ່າໃນຜ່ານມາທົ່ວແຂວງໄດ້ເອົາໃຈໃສ່ປະຕິບັດບັນດາມາດຕະການຕ່າງໆ, ໂດຍສະເພາະຄຳສັ່ງເລກທີ 06/ນຍ ໃນການເພີ່ມທະວີຄວາມເອົາໃຈໃສ່ໃນການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວແຕ່ເຖິງຢ່າງໃດກໍດີ, ຊຶ່ງປັດຈຸບັນພະຍາດດັ່ງກ່າວຍັງມີການລະບາດຢູ່ຫຼາຍປະເທດໃນໂລກລວມທັງປະເທດໄກ້ຄຽງເຮົາ, ຊຶ່ງຈະມີຄວາມສ່ຽງໃຫ້ແກ່ການຕິດເຊື້ອພະຍາດນີ້ໄດ້ງ່າຍ, ດັ່ງນັ້ນທ່ານເຈົ້າແຂວງຈິ່ງໄດ້ແນະນຳໃຫ້ເມື່ອທ່າແຕງສືບຕໍ່ຄວບຄຸມ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ເຂັ້ມງວດຍິ່ງຂຶ້ນໄປຈົນຮອດວັນທີ 3 ພຶດສະພາທີ່ຈະມາເຖິງນີ້, ໂດຍໃຫ້ກວດກາຄືນບັນດາຄວາມພ້ອມຕ່າງໆໃຫ້ສອດຄ່ອງຕາມລະບຽບຫຼັກການເປັນຕົ້ນ ສະຖານທີ່ກັກຕົວຜູ້ຕ້ອງສົງໃສເພື່ອຕິດຕາມ 14 ວັນ, ສະຖານທີ່ປິ່ນປົວ ແລະ ເຄື່ອງມືອຸປະກອນການແພດລວມທັງບຸກຄະລາກອນ,ພ້ອມໃຫ້ເອົາໃຈໃສ່ໂຄສະນາເຜີຍແຜ່ນິຕິກຳຕ່າງໆໃຫ້ປະຊາຊົນຮັບຮູ້ໄດ້ກ້ວາງຂວາງ ແລະ ທົ່ວເຖິງ,ນອກຈາກນີ້ກໍໃຫ້ເອົາໃຈໃສ່ຊຸກຍູ້ການຜະລິດ, ເຂັ້ມງວດຕ້ານປະກົດການຫໍ້ຍທໍ້ຕ່າງໆທີ່ອາດຈະເກີດຂຶ້ນໂດຍສະເພາະການຂີ້ລັກງັດແງະ ແລະ ຂ່າວ ປອມແປງຕ່າງໆ.

ໃນຂະນະດຽວກັນ ທ່ານເຈົ້າແຂວງໆຍັງໄດ້ມອບອຸປະກອນການແພດ ແລະອຸປະກອນປ້ອງກັນເ9ືອໂຄວິດ-19 ປະເພດຜ້າອັດປາກ-ດັງຈຳນວນ 3 ແກັດ ພ້ອມເງິນສົດ 15 ລ້ານກີບ.ໃຫ້ເມືອງທ່າແຕງເພື່ອນຳໃຊ້ເຂົ້າໃນການຄວບຄຸມ ແລະ ຕ້ານພະຍາດດັ່ງກ່າວໃຫ້ມີປະສິດທິຜົນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ