ຜົນງານອັນໂດດເດັ່ນຂອງນັກສີລະປິນລາວ ກິ ດາວເພັດ ໜູຫ່ວງ

ກິ ດາວເພັດ ໜູຫ່ວງ ເກີດເມື່ອວັນທີ 1-7-1972 ທີ່ບ້ານນາວ່າງ ເມືອງໜອງບົກ ແຂວງຄຳມ່ວນ, ຖືເປັນນັກສີລະປິນລາວຄົນໜຶ່ງທີ່ປະສົບຜົນສຳເລັດຄົນໜຶ່ງ, ເຖິງແມ່ນວ່າການຜະລິດເພັງອອກສູ່ຕະຫລາດຈະປ່ຽນໄປ ແລະ ວົງດົນຕີໜຸ່ມໂກສິນຈະບໍ່ໄດ້ອອກຮ້ອງເພັງຢູ່ຄອນເສີດຕ່າງໆໃນທົ່ວປະເທດຄືແຕ່ກ່ອນແລ້ວ.

ແຕ່ ກິ ດາວເພັດ ໜູຫ່ວງ ຍັງມີຜົນງານຢ່າງຕໍ່ເນື່ອງ, ທີ່ສຳຄັນແຕ່ລະເພັງໃນປັດຈຸບັນຂອງລາວໄດ້ໂດ່ງດັງ ແລະ ເປັນທີ່ນິຍົມຊົມຊອບຂອງ  ຫລາຍໆຄົນ, ເຊິ່ງຢ້ອນໄປໃນຍຸກເທບກາແຊັດນັ້ນ ເພງທີ່ໂດ່ງດັງກໍຄື: ເພງສາວເຊບັ້ງໄຟ, ໂດຍສານສາຍເໜືອ, ນ້ຳຕາຄວາຍ ແລະ ຈີ່ຫອຍ. ໃນຍຸກຂອງແຜນວີຊີດີ-ດີວີດີ ກໍມີເພງ ຂີ້ໂມ້, ບ່າວນາວ່າງ ສາວບ້ານໝາກນາວ, ແມ່ຮ້າງລູກສີ່ ແລະ ເພງອື່ນໆທີ່ໂດ່ງດັງອີກດ້ວຍ. ເຖິງແມ່ນວ່າເພງຕ່າງໆຈະເລື່ອນລາງໄປຕາມຍຸກສະໄໝ ແຕ່ວ່າ ກິ ດາວເພັດ ໜູຫ່ວງ ກໍມີຄວາມນິຍົມເກືອບທຸກໆເພງທີ່ປ່ອຍອອກມາໃນສື່ຕ່າງໆໃນປັດຈຸບັນ ບໍ່ວ່າຈະເປັນເພງ ຟ້າອຸ້ມຝົນ ຄົນອຸ້ມນ້ອງ ທີ່ມີຍອດວິວສູງເຖິງ 26.976.087 ວິວ, ເພງ ຄອຍນ້ອງຄືນອຸດົມໄຊ 21.981.042 ວິວ ແລະ ເປັນຍອດວິວຢູ່ໃນອັນດັບຕົ້ນໆຂອງເພງລາວທຸກແນວ. ນອກຈາກນີ້ ຍັງເປັນອາຈານແຕ່ງເພງລາວຕ່າງໆໃຫ້ກັບນັກຮ້ອງສີລະປິນຫລາຍຄົນອີກດ້ວຍ.ເຖິງການຈາກໄປຂອງສິນລະປິນຜູ້ມີຊື່ສຽງນີ້, ຢ່າງບໍ່ມີວັນຈະກັບຄືນມາອີກແລ້ວ, ແຕ່ຜົນງານ, ບົດເພງຕ່າງໆຍັງຝັງໄວ້ຢູ່ໃນດວງໃຈຂອງວົງການສິນລະປິນລາວຕະຫລອດໄປ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ