ເດັກນ້ອຍເກີດກ່ອນກຳນົດ 8 ອາທິດ ຢູ່ສະກອດແລນຫາຍດີຈາກໄວຣັສຮ້າຍ

ເທຣຊີ ມາໄກວ ຍັງຈື່ໄດ້ດີເຖິງຕອນທີ່ໄດ້ເຫັນໝໍສອດກ້ານເກັບສານຄັດຫລັ່ງເຂົ້າໄປໃນຮູດັງລູກນ້ອຍອາຍຸ 3 ອາທິດຂອງນາງ ເພື່ອກວດຫາເຊື້ອໄວຣັສໂຄໂຣນາສາຍພັນໃໝ່.
ແມ່ມືໃໝ່ຜູ້ນີ້ບອກວ່າ: ນີ້ຄືໜຶ່ງໃນ “ພາບເຈັບປວດໃຈທີ່ສຸດ” ທີ່ນາງເຄີຍເຫັນມາ. “ມັນເປັນເທື່ອທຳອິດທີ່ຂ້ອຍເຫັນລູກໄຫ້” ເທຣຊີ ເລົ່າ. “ຂ້ອຍກອດລາວໄວ້ ຂ້ອຍຮ້ອງໄຫ້ໄປນຳ ແລະ ເຮົາທັງສອງຕ່າງພະຍາຍາມຜ່ານເຫດການນີ້ໄປນຳກັນ”.
ເດັກນ້ອຍ ເພຕັນ ເຊິ່ງມີນ້ຳໜັກຕອນເກີດ 1.500 ກຣາມ ໄດ້ຮັບການບົ່ງມະຕິວ່າຕິດໂຄວິດ-19 ຕອນອາຍຸພຽງ 3 ອາທິດ. ນາງມືນຕາເບິ່ງໂລກໃນວັນທີ 26 ມີນາຜ່ານມາ ເຊິ່ງເປັນການເກີດກ່ອນກຳນົດ 8 ອາທິດ.
ໃນໄລຍະທີ່ຖືພານາງ ເທຣຊີ ຮູ້ສຶກວ່າຕົນເອງສຸຂະພາບແຂງແຮງ, ແຕ່ນາງພັດໄດ້ຮັບແຈ້ງຈາກແພດວ່ານາງອາດມີສະພາບຄັນເປັນພິດ (preeclampsia) ໃນລະຫວ່າງທີ່ເຂົ້າຮັບການກວດຕາມປົກກະຕິ ແລະ ຖືກສົ່ງໄປໂຮງໝໍວິຊໍ ໃນມົນທົນແລນນາກເຊຍ ຂອງສະກອດແລນທັນທີ.
“ນາງແຂງແຮງດີ ແຕ່ນາງຕິດໂຄວິດ-19” ອາທິດທຳອິດຫລັງຈາກມືນຕາເບິ່ງໂລກ ນາງນ້ອຍ ເພຕັນ ເລີ່ມສະແດງອາການຂອງໂຣກອອກມາເຊັ່ນ: ການສູດດັງແຮງໆ ແລະ ການໄອເລັກໆນ້ອຍໆ ຂະນະອາບນ້ຳຢູ່ໂຮງໝໍ.
ເທຣຊີ ເລົ່າໃຫ້ລາຍການວິທະຍຸຂອງ BBC ຢູ່ສະກອດແລນ ຟັງວ່າ: ຂ່າວທີ່ລູກນ້ອຍຂອງນາງກາຍເປັນໜຶ່ງໃນຜູ້ຕິດເຊື້ອໂຄວິດ-19 ອາຍຸນ້ອຍທີ່ສຸດຂອງປະເທດໄດ້ສ້າງຄວາມເຈັບຊ້ຳທາງຈິດໃຫ້ແກ່ນາງ. “ພວກເຂົາບອກວ່າ: ນາງແຂງແຮງດີ ບໍ່ຕ້ອງແຕກຕື່ນ, ແຕ່ນາງໄດ້ຮັບການກວດວ່າຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່” ເທຣຊີ ເລົ່າ.
“ຂ້ອຍຄິດວ່າໝໍພະຍາຍາມປອບໃຈຂ້ອຍ ແຕ່ຂ້ອຍໄດ້ແຕ່ຮ້ອງໄຫ້”, “ເຖິງວ່າລາວມີສຸຂະພາບແຂງແຮງ ແຕ່ຂ້ອຍຄິດວ່າລາວຈະຕໍ່ສູ້ກັບເຊື້ອໄວຣັສນີ້ໄດ້ແນວໃດ ທັງທີ່ຫາກໍເກີດ”.
ແພດໄດ້ໃຫ້ຢາກຸ່ມສະເຕຍຣອຍແກ່ ເພຕັນ ເພື່ອຊ່ວຍເພີ່ມຄວາມແຂງແຮງໃຫ້ປອດຂອງລາວ ແລະ ລາວກໍໄດ້ຮັບການເບິ່ງແຍງ “ຢ່າງດີ” ຈາກທີມພະຍາບານຜູ້ຊ່ຽວຊານດ້ານເດັກ ຫລັງຈາກໄດ້ຮັບການບົ່ງມະຕິວ່າຕິດໂຣກ.
ເຖິງຢ່າງໃດກໍຕາມ ຫລັງຈາກ ເທຣຊີ ຟື້ນຕົວຈາກການຜ່າຕັດເກີດລູກ ນາງໄດ້ຮັບແຈ້ງໃຫ້ກັບເຮືອນ ແລະ ກັກຕົວເປັນເວລາ 14 ວັນ ໂດຍຕ້ອງແຍກຈາກລູກນ້ອຍ.
ນາງເລົ່າວ່າ: “ຂ້ອນອ້ອນວອນໝໍຜ່ານທາງໂທລະສັບວ່າຂ້ອຍບໍ່ຢາກຢູ່ຫ່າງຈາກລູກ”
ໃນທີ່ສຸດ ທີມແພດຍອມໃຫ້ ເທຣຊີ ຢູ່ກັບລູກໃນໂຮງໝໍ, ສ່ວນ ເອດຽນ ຜູ້ເປັນພໍ່ຈຳເປັນຕ້ອງກັບໄປກັກຕົວຢູ່ເຮືອນໃຫ້ຄົບກຳນົດ ຈຶ່ງຈະສາມາດພົບໜ້າລູກໄດ້.
ຍິ່ງວັນເວລາຜ່ານພົ້ນໄປ ຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຢູ່ສະກອດແລນກໍເພີ່ມສູງຂຶ້ນຕໍ່ເນື່ອງ ແຕ່ນາງນ້ອຍ ເພຕັນ ພັດຫາຍດີຢ່າງໜ້າອັດສະຈັນ.
ເພຕັນ ແລະ ເທຣຊີ ໄດ້ຮັບອະນຸຍາດໃຫ້ອອກຈາກໂຮງໝໍເມື່ອວັນທີ 20 ເມສາຜ່ານມາ ແລະ ເອດຽນ ກໍໄດ້ອຸ້ມລູກສາວໂຕນ້ອຍເປັນຄັ້ງທຳອິດນັບແຕ່ອອກຈາກໂຮງໝໍ.

