ສິງກະໂປ ຂະຫຍາຍເວລາມາດຕະການເຂັ້ມງວດຈົນຮອດວັນທີ 1 ມິຖຸນາ

ແຫລ່ງຂ່າວຈາກປະເທດສິງກະໂປລາຍງານວ່າ:  ທ່ານ ຫລີຊຽງລຸງ ນາຍົກ ລັດຖະມົນຕີສິງກະໂປ  ໄດ້ຖະແຫລງຜ່ານສະຖານີ ໂທລະພາບແຫ່ງຊາດ ໂດຍມີເນື້ອໃນລະບຸວ່າ  ສິງກະໂປຈະຂະຫຍາຍເວລາມາດຕະການທາງສັງຄົມ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 7 ເມສາ- ວັນທີ 4 ພືດສະພາ, ແຕ່ປັດຈຸບັນ ຈະຂະຫຍາຍເວລາຕໍ່ໄປຈົນເຖິງ ວັນທີ 1 ມິຖຸນາ ເປັນຢ່າງໜ້ອຍເນື່ອງຈາກສະຖານະການ ແຜ່ລະບາດຂອງພະຍາດ ໂຄວິດ-19 ໃນປະເທດ ຍັງສືບຕໍ່ເພີ່ມຂຶ້ນແບບເປັນກຸ່ມກ້ອນຢູ່ຕາມບ້ານພັກກຳມະກອນຕ່າງດ້າວ ແຕ່ຂະໜາດການແຜ່ລະບາດເປັນກຸ່ມໃຫຍ່ ແລະ ການຂະຫຍາຍເວລາບັງຄັບໃຊ້ມາດຕະການດັ່ງກ່າວເພ່ືອເປັນການຊ່ວຍກຽມພ້ອມໃຫ້ແກ່ລະບົບສາທາລະນະສຸກໃນການຮັບມືກັບພະຍາດດັ່ງກ່າວ.

ທ່ານຫລີຊຽງລຸງ ແຈ້ງໃຫ້ປະຊາຊົນກຽມຄວາມພ້ອມລ່ວງໜ້າເນື່ອງຈາກມາດຕະການທາງສັງຄົມຈະເຂັ້ມງວດຂື້ນຕື່ມໂດຍຈະມີການອະນຸຍາດໃຫ້ເປີດສະເພາະສະຖານທີ່ຈຳເປັນທີ່ສຸດໝາຍຄວາມວ່າ ຈະມີການສັ່ງປິດສະຖານທ່ີປະກອບການທຸລະກິດເພີ່ມຂື້ນ ແລະ ການຍົກລະດັບຄວບຄຸມ ການເຄື່ອນໄຫວຂອງປະຊາຊົນຕາມສະຖານທີ່ມີຄວາມສ່ຽງ ເຊັ່ນຕະຫລາດສົດສ່ວນໂຮງຮຽນໃຫ້ປິດຕໍ່ໄປຈົນເຖິງກຳນົດເວລາໃໝ່ ແລະ ໃນລະຫວ່າງນີ້ໃຫ້ຈັດການຮຽນ ການສອນ ຢູ່ເຮືອນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ