ສະມາຄົມມິດຕະພາບ ຫວຽດນາມ-ລາວ ມອບອຸປະກອນຕ້ານພະຍາດໂຄວິດ-19 ໃຫ້ລັດຖະບານລາວ

ບ່າຍວັນທີ 21 ເມສານີ້ທີ່ສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສະຫາຍ ຫງວຽນແມ້ງຮຸ່ງ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ໄດ້ນຳເອົາເຄື່ອງຊ່ວຍເຫຼືອດ້ານອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາມອບໃຫ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ ສະມາຄົມມິດຕະພາບລາວ-ຫວຽດນາມ ປະກອບມີຊຸດເຄື່ອງນຸ່ງແພດໝໍ 500 ຊຸດ ແລະ ຜ້າອັດປາກ 18.500 ອັນ( ໃນນັ້ນມີຜ້າອັດປາກການແພດ 17.500 ອັນ ແລະ ຜ້າອັດປາກທຳມະດາ 1000 ອັນ ລວມມີມູນຄ່າ 130 ລ້ານດົງຫວຽດນາມເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວຢູ່ ສປປ ລາວ.
ເຖີງວ່າສສ ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການທີ່ປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19 ໜັກຫນ່ວງພໍສົມຄວນ, ແຕ່ບົນຈິດໃຈ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍ່ຄືນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນ, ສະມາຊິກພັກ ແລະ ພະນັກງານທົ່ວສະມາຄົມມິດຕະພາບຫວຽດນາມ-ລາວ ຍັງໄດ້ບິແບ່ງນ້ຳໃຈມາຊ່ວຍເພື່ອນ ລາວໃນການຕ້ານພະຍາດນີ້.
ໃນໂອກາດນີ້ ສະຫາຍ ຫງວຽນແມ້ງຮຸ່ງ ໄດ້ອວຍພອນຜູ້ນຳພັກ-ລັດ ແລະ ປະຊາຊົນລາວຈົ່ງຜ່ານພົ້ນວິກິດໂຄວິດ-19 ໂດຍໄວ ແລະ ພ້ອມກັນສ້າງສາ ພັດທະນາປະເທດໃຫ້ນັບມື້ຂະຫຍາຍຕົວ, ເນື່ອງໃນໂອກາດປີໃໝ່ລາວ ພສ 2563 ຂໍອວຍພອນໃຫ້ການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຈົ່ງມີແຕ່ຄວາມຜາສຸກ ພ້ອມກັນຜ່ານຜາຄວາມຍຸ້ງຍາກຈາກພະຍາດຮ້າຍແຮງນີ້ ກັບຄືນສູ່ສະພາບປົກກະຕິໂດຍໄວ.

