ບໍ່ຕາຍຍ້ອນໂຄວິດ ແຕ່ຊີວິດດັບຍ້ອນບໍ່ເຊື່ອຟັງ

ໂດຍ: ລູກເມືອງພວນ

ພວກເຮົາກຳລັງໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກເພື່ອນມິດສາກົນຢ່າງກ້ວາງຂວາງ ໃນການເຂັ້ມງວດມາດຕະການຕ້ານໂຄວິດ-19 ຂອງລັດຖະບານລາວ ແລະ ກໍເປັນໜ້າຊື່ນຊົມທີ່ປະຊາຊົນສ່ວນໃຫ່ຍໃນປະເທດໃຫ້ການສະໜັບສະໜູນມາດຕະການຂອງລັດຖະບານໄດ້ເປັນຢ່າງດີ. ຈົນມາເຖິງມື້ນີ້ ວັນທີ 19 ປະເທດເຮົາເຂົ້າວັນທີ 7 ແລ້ວບໍ່ພົບຜູ້ຕິດເຊື້ອແມ່ນແຕ່ລາຍດຽວ. ຊຶ່ງອັນນີ້ແມ່ນຄວາມດີອົກດີໃຈ, ຄວາມພາກພູມໃຈ ຈະຫາສິ່ງໃດມາປຽບບໍ່ໄດ້, ແຖມຍັງມີຜູ້ປິ່ນປົວດີຫາຍຂາດ ແລະ ໄດ້ກັບໄປສູ່ຄອບຄົວແລ້ວ 2 ຄົນ.

ແຕ່ກໍເປັນໜ້າເສົ້າໃຈ ທີ່ໄດ້ຍິນ ເຈົ້າໜ້າທີ່ຕຳຫຼວດ ກົມຈະລາຈອນໃຫ້ຮູ້ວ່າຊ່ວງກຸດສົງການແຕ່ວັນທີ 13-16 ມີອຸປະຕິເຫດເກີດຂຶ້ນເຖິງ 50 ກໍລະນີ, ໃນນັ້ນມີຜູ້ເສຍຊີວິດເຖິງ 10 ຄົນ, ທັງໆທີ່ລັດຖະບານໄດ້ມີມາດຕະການຫ້າມຫຼີນສົງການຢ່າງເຄັ່ງຄັດແລ້ວ, ແຕ່ຍັງມີຄົນຈຳນວນໜ້ອຍໜຶ່ງບໍ່ເຊື່ອຟັງລັດຖະບານ, ບໍ່ໃຫ້ການຮ່ວມໄມ້ຮ່ວມມືກັບລັດຖະບານ. ຍາມສົງການຍັງຄົນຂັບຂີ່ລົດເລາະຫຼີນ ໂດຍບໍ່ສົນໃຈກັບມາດຕະການຂອງລັດຖະບານ, ບໍ່ຢ້ານກົວຕໍ່ການລະຍາດຂອງພະຍາດຄັ້ງນີ້ແມ່ນແຕ່ໜ້ອຍດຽວ. ຖ້າບໍ່ຢາກເວົ້າເກີນໄປມັນກໍຄືການທ້າທາຍຕໍ່ອຳນາດລັດ ແລະ ມະຕິຄຳສັ່ງຂອງລັດຖະບານນັ້ນເອງ, ເປັນຄົນທີ່ເສຍຈິດສຳນຶກຕໍ່ຄວາມຮູ້ສຶກຂອງຫຼາຍຄົນໃນທ່າມກາງທີ່ຜະຫວາຕໍ່ພະຍາດໂຄວິດ-19 ລະບາດຢ່າງຮ້າຍແຮງໄປທົ່ວໂລກ ແລະ ລາວເຮົາໃນຂະນະນີ້.

ເພື່ອເອົາຊະນະໂຄວິດ-19 ແລະ ໃຫ້ລາວເຮົາພົ້ນໄພໄປດ້ວຍດີ, ພວກເຮົາຄົນລາວທຸກຄົນຈົ່ງອົດກັ້ນ ອົດທົນ, ເຊື່ອຟັງ ແລະ ຈັດຕັ້ງປະຕິບັດມະຕິຄຳສັ່ງຂອງລັດຖະບານໃຫ້ດີທີ່ສຸດ. ຢູ່ເຮືອນຫຼີກເຊື້ອ ເພື່ອປະເທດຊາດ. ສະກັດກັ້ນການລະບາດຂອງພະຍາດໃຫ້ຢຸດພຽງເທົ່ານີ້. ຢູ່ບ້ານຕ້ານໂຄວິດ ຊີວິດຈະປອດໄພ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ