WHO ແລະ UN ເຕືອນທະວີບອາຟຣິກາຈະກາຍເປັນສູນກາງລະບາດໃໝ່ຂອງເຊື້ອໂຄວິດຈົນອາດເຮັດໃຫ້ມີຜູ້ເສຍຊີວິດເຖິງ 3 ແສນ ຫາ 3 ລ້ານຄົນ

ສຳນັກຂ່າວ ບີບີຊີ ລາຍງານວ່າ: ອົງການອະນາໄມໂລກ (WHO) ປະສານຄຳເຕືອນຮ່ວມກັບສະຫະປະຊາຊາດ (UN) ເຖິງລັດຖະບານ ແລະ ປະຊາຊົນໃນທະວີບອາຟຣິກາໃຫ້ກຽມຮັບມືກັບການລະບາດຂອງເຊື້ອໄວຣັສໂຄວິດ-19.

ອົງການອະນາໄມໂລກ(WHO) ເຕືອນວ່າ: ທະວີບອາຟຣິກາ ເປັນທະວີບຂະໜາດໃຫຍ່ເປັນອັບດັບສອງຮອງຈາກທະວີບອາຊີ ແລະ ມີຈຳນວນປະຊາກອນປະມານ 1.2 ລ້ານຄົນ ຈະກາຍເປັນສູນກາງການແຜ່ລະບາດແຫ່ງໃໝ່ຂອງເຊື້ອໂຄວິດ-19, ໃນຂະນະທີ່ສະຫະປະຊາຊາດຍັງຄາດການວ່າເຊື້ອດັ່ງກ່າວອາດຈະປິດຊີວິດຜູ້ຄົນໃນທະວີບອາຟຣິກາໂດ້ເຖິງ 3 ແສນຄົນ ຫາ 3.3 ລ້ານຄົນ. ເຊິ່ງໃນຂະນະນີ້ມີຍອດຜູ້ເສຍຊີວິດແລ້ວເກືອບ 1.000 ຄົນ ແລະ ມີຜູ້ຕິດເຊື້ອທົ່ວທະວີບເກືອບ 19.000 ຄົນ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ