ສະຫວັນນະເຂດ ເຮັດແທ້! ກັກລົດ 50 ກວ່າຄັນທີ່ລະເມີດຂໍ້ຫ້າມ ສະກັດກັ້ນໂຄວິດ19

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ລາຍງານວ່າ:ແຕ່ວັນທີ 4 ຫາ 22 ເມສາ,ນະຄອນ ໄກ ສອນ ພົມວິຫານ ໄດ້ປະຕິບັດຄໍາສັ່ງແນະນໍາເລກທີ 06 ຂອງນາຍົກລັດຖະມົນຕີ, ຄໍາສັ່ງແນະນໍາຂອງເຈົ້າແຂວງ ທີ່ລະບຸບັນດາຂໍ້ຫ້າມ ແລະ ມາດຕະການແນໃສ່ສະກັດກັ້ນ, ປ້ອງກັນການລະບາດ, ຄວບຄຸມ ແລະ ຕ້ານພະຍາດໂຄວິດ 19 ຢ່າງເຄັ່ງຄັດ ໂດຍການຕັ້ງຈຸດກວດກາ 3 ຈຸດຄືຈຸດກວດກາຖະໜົນພໍ່ກະດວດ, ຖະໜົນລາດສະວົງເສິກ ແລະ ຖະໜົນສີສະຫວ່າງວົງ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, รถมอเตอร์ไซค์ และ สถานที่กลางแจ้ง

ເຈົ້າໜ້າທີ່ແຕ່ລະຈຸດກວດກາ ລາຍງານວ່າ:ຜ່ານມາຍັງມີປະຊາຊົນບາງກຸ່ມ ບາງຄົນ ບໍ່ທັນປະຕິ ບັດຄໍາສັ່ງແນະນໍາດີເທົ່າທີ່ຄວນເປັນຕົ້ນ ບາງຄົນຍັງອອກແຕ່ເຮືອນໂດຍບໍ່ມີເຫດຜົນຈຳເປັນ, ບໍ່ໃສ່ຜ້າອັດປາກ, ບໍ່ໃສ່ໝວກກັນກະທົບ ພ້ອມທັງບໍ່ມີເອກະສານລົດ.ຂະນະທີ່ຕໍ່ຜູ້ທີ່ລະເມີດຂໍ້ຫ້າມຕ່າງໆໄດ້ກັກພາຫະນະໄວ້ຊົ່ວຄາວ ພ້ອມທັງເຮັດບົດບັນທຶກກ່າວເຕືອນເທື່ອທໍາອິດ ແລະ ໃຫ້ຜູ້ກ່ຽວກັບເຮືອນກ່ອນແລະ ຮອດເວລາ 16:00ໂມງ ໃຫ້ນຳໃບກ່າວເຕືອນມາຢັ້ງຢືນເອົາລົດນໍາເຈົ້າໜ້າທີ່ ໂດຍບໍ່ໄດ້ປັບໃໝ ແນວໃດກໍ່ດີຖ້າຜູ້ກ່ຽວ ຍັງເຮັດຄືເກົ່າ, ເຈົ້າໜ້າທີ່ຈະໄດ້ປັບໃໝພ້ອມທັງຢຶດພາຫະນະໄວ້.

ในภาพอาจจะมี หนึ่งคนขึ้นไป และ สถานที่กลางแจ้ง

ຮ້ອຍເອກ ສີສະເກດ ທະວີສອນ ຮອງກອງຮ້ອຍຕໍາຫລວດຈະລາຈອນ ນະຄອນໄກສອນ ພົມວິ ຫານ, ຜູ້ຮັບຜິດຊອບຈຸດກວດກາຖະໜົນພໍ່ກະດວດ ລາຍງານວ່າ:ໄດ້ກັກລົກ 50 ກວ່າຄັນພ້ອມທັງເຮັດໃບກ່າວເຕືອນຜູ້ຂັບຂີ່ ຕື່ມອີກ.

ในภาพอาจจะมี หนึ่งคนขึ้นไป, รถมอเตอร์ไซค์ และ สถานที่กลางแจ้ง
  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ