ອາຊຽນຕົກລົງເອົາ 6 ມາດຕະການ ສະກັດກັ້ນ ແລະ ຄວບຄຸມເຊື້ອໂຄວິດ-19

ກອງປະຊຸມສຸດຍອດທາງໄກ (Video Conference) ສະໄໝພິເສດຂອງຜູ້ນໍາອາຊຽນ ແລະ ກອງປະຊຸມສຸດຍອດສະໄໝພິເສດຜູ້ນຳອາຊຽນ+3 ກ່ຽວກັບ ການລະບາດຂອງພະຍາດໂຄວິດ-19, ທີ່ໄດ້ຈັດຂຶ້ນໃນວັນທີ 14 ເມສານີ້, ໂດຍການເປັນເຈົ້າພາບຂອງສສ ຫວຽດນາມແລ້ວ ຍັງມີກອງປະຊຸມສຸດຍອດ ສະໄໝພິເສດຜູ້ນຳອາຊຽນບວກສາມ(ສປ ຈີນ,ສ.ເກົາຫຼີ ແລະ ຍີ່ປຸ່ນ) ເພື່ອຫາກ່ຽວກັບພະຍາດໂຄວິດ-19.ຊຶ່ງ ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງອາຊຽນໃນການສະກັດກັ້ນ, ເຝົ້າລະວັງ,ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ;ພ້ອມນີ້, ບັນດາຜູ້ນໍາຍັງໄດ້ແລກປ່ຽນຂໍ້ມູນ-ຂ່າວສານກ່ຽວກັບສະພາບການ ແລະມາດຕະການຂອງແຕ່ລະປະເທດສະມາຊິກ ກໍຄືຂອງອາຊຽນເພື່ອພ້ອມກັນຮັບມື ແລະ ຕອບໂຕ້ຢ່າງທັນການຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ. ສຳລັບ ສປປ ລາວ, ທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນຂໍ້ມູນກ່ຽວກັບມາດຕະການໃນການສະກັດກັ້ນແລະ ການກະກຽມຄວາມພ້ອມຮອບດ້ານ ເພື່ອຮັບມືກັບພະຍາດໂຄວິດ-19 ເຊັ່ນ:ສະກັດກັ້ນການເຄື່ອນຍ້າຍຂອງພົນລະເມືອງດ້ວຍການໂຈະການເດີນທາງເຂົ້າ-ອອກປະເທດ ລວມທັງພົນລະເມືອງລາວ ແລະ ຕ່າງປະເທດ; ປິດສະຖາບັນການສຶກສາທຸກລະດັບ, ສະຖານບໍລິການທຸກປະເພດ, ຮຽກຮ້ອງໃຫ້ປະຊາຊົນຢູ່ເຮືອນ; ຫຼີກລ້ຽງການຊຸມນຸມ ແລະ ທຸກກິດຈະກຳທີ່ມີການເຕົ້າໂຮມຈຳນວນຫຼາຍ; ພ້ອມປະຕິບັດຢ່າງເຂັ້ມງວດຕໍ່ຂໍ້ສະເໜີແນະຂອງອົງການອະນາໄມໂລກ ແລະສຸມໃສ່ການໂຄສະນາເຜີຍແຜ່ ກ່ຽວກັບຄວາມອັນຕະລາຍແລະວິທີປ້ອງກັນຕົນເອງຈາກການຕິດເຊື້ອໂຄວິດ-19ໃຫ້ປະຊາຊົນໄດ້ຢ່າງກ້ວາງຂວາງ .
ທ່ານ ລັດຖະມົນຕີກະຊວງ ການຕ່າງປະເທດ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຖະແຫຼງການກອງປະຊຸມສຸດຍອດ ສະໄໝພິເສດຜູ້ນຳອາຊຽນ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງອັນສຳຄັນໃນນີ້ ແມ່ນຜູ້ນຳໄດ້ເຫັນດີສືບຕໍ່ຮ່ວມມືກັນ:
- ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນອັນດີ ກ່ຽວກັບມາດຕະການໃນການສະກັດກັ້ນ, ຄວບຄຸມ, ປິ່ນປົວ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດແລະ ເຫັນດີໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
- ໄດ້ເຫັນດີຕໍ່ຂໍ້ສະເໜີສ້າງກອງທຶນສຸກເສີນເພື່ອຮັບມືກັບພະຍາດໂຄວິດ.
- ການສ້າງຄັງແຮສຸກເສີນອຸປະກອນ ແລະ ເຄື່ອງມືການແພດທີ່ຈຳເປັນ.
- ຮັກສາການສະໜອງແບບຕ່ອງໂສ້ດ້ານຄົມມະນາຄົມຂົນສົ່ງ, ການບໍລິການແລະ ການສະໜອງສິນຄ້າອຸປະໂພກ-ບໍລິໂພກ, ຢາປົວພະຍາດ ແລະອຸປະກອນການແພດທີ່ຈຳເປັນ.
- ການຮ່ວມມືກັນເພື່ອສະກັດກັ້ນ ແລະ ຫຼີກລ້ຽງຂ່າວປອມ ຫຼື ຂ່າວທີ່ບໍ່ມີມູນຄວາມຈິງ ເຊິ່ງຈະເຮັດໃຫ້ແຕກຕື່ນ ແລະ ຂາດຄວາມເຊື່ອໝັ້ນ.
- ເຫັນດີຮ່ວມກັນໃນການວາງແຜນຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຄືນ ໃໝ່ ພາຍຫຼັງສິ້ນສຸດການແຜ່ລະບາດພະຍາດໂຄວິດ-19.
ແລະຂໍ້ລິເລີ່ມທັງໝົດນີ້ແມ່ນໄດ້ມອບໝາຍໃຫ້ບັນດາກະຊວງ ແລະ ຂະແໜງການຕ່າງໆໄປປຶກສາຫາລືກັນໃຫ້ລາຍລະອຽດ ແລະ ຜັນຂະຫຍາຍຕໍ່ໄປ.
ໃນໂອກາດນີ້, ສປປ ລາວ ໄດ້ສະແດງຄວາມຂອບໃຈ ບັນດາປະເທດເພື່ອນມິດອາຊຽນ ກໍຄື ອົງການຈັດຕັ້ງສາກົນ ລວມທັງອົງການອະນາໄມໂລກ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານຊ່ຽວຊານ ກໍຄື ອຸປະກອນການແພດໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19; ພິເສດ, ໄດ້ສະແດງຄວາມຂອບໃຈ ລັດຖະບານ ຫວຽດນາມ ທີ່ໄດ້ຈັດສົ່ງອຸປະກອນ ພ້ອມດ້ວຍທີມງານວິຊາການແພດໝໍມາຊ່ວຍ ໃນການວາງແຜນສະກັດກັ້ນ ກໍຄື ໃຫ້ບົດຮຽນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.
ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ແຈ້ງຕື່ມວ່າ: ສຳລັບ ກອງປະຊຸມສຸດຍອດສະໄໝພິເສດຜູ້ນຳອາຊຽນ+3 ກ່ຽວກັບ ການລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ ເຫັນດີເປັນເອກະພາບກັນຄື: - ສ້າງກອງທຶນພິເສດເພື່ອຮັບມືກັບພະຍາດໂຄວິດ-19;
- ເຫັນດີສ້າງຄັງແຮສຸກເສີນເພີ່ມເຕີມເພື່ອແຮສະສົມອຸປະກອນແລະເຄື່ອງມືການແພດທີ່ຈຳເປັນຕ່າງໆ;
- ເຫັນດີຮ່ວມມືກັນເພື່ອເຮັດແນວໃດໃຫ້ມີຜົນກະທົບໜ້ອຍທີ່ສຸດຕໍ່ເສດຖະກິດ-ສັງຄົມໂດຍສະເພາະຮັບປະກັນເຮັດໃຫ້ລະບົບຂົນສົ່ງເຊື່ອມຈອດບໍ່ເປັນອຳມະພາດເປັນຕົ້ນການຂົນສົ່ງສິນຄ້າອຸປະໂພກ-ບໍລິໂພກແລະເຄື່ອງມືອຸປະກອນການແພດລວມທັງຢາປົວພະຍາດທີ່ຈຳເປັນຕ່າງໆ;
- ການຄ້ຳປະກັນດ້ານສະບຽງອາຫານ ໃນທ່າມກາງການລະບາດຂອງພະຍາດດ້ວຍການອະນຸມັດໃຫ້ນຳໃຊ້ຄັງເຂົ້າແຮສຸກເສີນອາຊຽນບວກສາມສຳລັບປະເທດສະມາຊິກທີ່ຫຍຸ້ງຍາກ ແລະ ມີຄວາມຈຳເປັນ.
- ປະເທດບວກສາມຍິນດີໃຫ້ປະເທດສະມາຊິກອາຊຽນສາມາດເຂົ້າເຖິງກອງທຶນສະສົມ (Trust Fund)ຂອງຕົນຢູ່ບັນດາສະຖາບັນການເງິນສາກົນຕ່າງໆເປັນຕົ້ນທະນາຄານພັດທະນາອາຊີ, ທະນາຄານໂລກແລະອື່ນໆ.

