ວັນທີ່ບໍ່ມີການຫົດນ້ຳ ປີໃໝ່ທີ່ງຽບເຫງົາທີ່ສຸດໃນປະຫວັດສາດ

      ພາບບັນຍາກາດຂອງເມືອງຢາງກຸ້ງ ປະເທດມຽນມາ ທຽບກ່ອນ ແລະ ຫລັງການລະບາດຂອງໂຄວິດ-19.

      ການລະບາດຂອງໂຄວິດ-19 ເຮັດໃຫ້ປະເທດໃນອາຊີຕາເວັນອອກສຽງໃຕ້ຕ້ອງໂຈະການສະເຫລີມສະຫລອງປີໃໝ່ຕາມປະຕິທິນຈັນທະຄະຕິ ໂດຍປະເທດທີ່ສະຫລອງວັນປີໃໝ່ໃນລະຫວ່າງວັນທີ 12-14 ເມສາ ຄືໄທ, ລາວ, ມຽນມາ, ກຳປູເຈຍ ແລະ ຊົນກຸ່ມນ້ອຍຊາວໄຕໃນປະເທດຈີນ.

     ແຕ່ການລະບາດໃຫຍ່ໃນປີນີ້ເຮັດໃຫ້ບັນຍາກາດງຽບເຫງົາ ທ້ອງຖະໜົນທີ່ເຄີຍເຕັມໄປດ້ວຍຄົນອອກມາຫລິ້ນນ້ຳກັນກາຍເປັນທ້ອງຖະໜົນທີ່ເປົ່າຫວ່າ ບໍ່ມີແມ່ນແຕ່ເງົາຂອງຄົນ. ດັ່ງເຊັ່ນພາບບັນຍາກາດວັນປີໃໝ່ ຢູ່ເມືອງຢາງກຸ້ງ ປະເທດມຽນມາ ທີ່ຖ່າຍໄວ້ ແລະ ນຳມາປຽບທຽບໂດຍສຳນັກຂ່າວ AFP.