ທະຫານແຂວງຈຳປາສັກ ຊ່ວຍຈັດສົ່ງແຮງງານລາວ ມາແຕ່ໄທ 207 ຄົນ ເຂົ້າສູນກັກກັນ

ໃນວັນທີ 7 ເມສາ ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດລົດຂົນສົ່ງເຊອາ ຈໍານວນ 3 ຄັນ ຊ່ວຍສົ່ງແຮງງານລາວ ທີ່ມາຈາກປະເທດໄທ ໃນວັນທີ 6 ເມສາຜ່ານມາຈຳນວນ 207 ຄົນ, ໄປຈຸດກັກກັນທີ່ໂຮງຮຽນປະຖົມສົມບູນ ບ້ານໜອງໄຮໂຄກ ເມືອງໂພນທອງ ແຂວງຈໍາປາສັກ ເພື່ອເພີ່ມທະວີມາດຕາການສະກັດກັ້ນການລະບາດ ພະຍາດໂຄວິດ-19 ໃຫ້ເຂັ້ມງວດ, ສ່ວນຜູ້ສຳເລັດການກັກກັນຕົວຄົບ 14 ວັນຕາມລະບຽບການແພດແລ້ວ, ກໍຈະໄດ້ກັບຄືນໄປສູ່ທ້ອງຖິ່ນຂອງຕົນ,ຊຶ່ງຊຸດນີ້ມີ 3 ເມືອງຄື: ເມືອງໂຂງ ມີ 13 ຄົນ, ຍິງ 6 ຄົນ, ເມືອງສຸຂຸມາ 8 ຄົນ, ຍິງ 3 ຄົນ, ເມືອງມຸນ 14 ຄົນ, ຍິງ 5 ຄົນ. ສວ່ນແຮງງານລາວ ຜູ້ອື່ນໆແມ່ນຈະໄດ້ສືບຕໍ່ກັກກັນຕົນໃນສູນທ້ອງຖິ່ນຂອງຕົນເອງຕໍ່ໄປເພື່ອຕິດຕາມອາການໃຫ້ຮັບປະກັນດີ, ທັງນີ້ກໍເພື່ອຄວາມປອດໄພຂອງຕົນເອງ ແລະຄອບຄົວ, ຍາດຕິພີ່ນ້ອງ ກໍຄືສັງຄົມໃຫ້ມີຄວາມປອດໄພສູງ.

ນອກຈາກໃນ 3 ຕົວເມືອງ ໃນແຂວງຈໍາປາສັກ ແລ້ວ, ຈໍານວນແຮງງານດັ່ງກ່າວຍັງມີຄົນ ແຂວງສະຫວັນນະເຂດ 39 ຄົນ, ສາລະວັນ 20 ຄົນ ແລະບໍລິຄໍາໄຊ 1 ຄົນ ເຊີ່ງເຈົ້າໜ້າທີ່ຈະໄດ້ນໍາສົ່ງຄືນສູນທ້ອງຖິ່ນຂອງເຂົາເຈົ້າໃນໄວໆນີ້ ເພື່ອໃຫ້ເຈົ້າໜ້າທີ່ສະເພາະກິດຂອງແຕ່ລະທ້ອງຖິ່ນຮັບຜິດຊອບໃນການກັກກັນຕາມມາດຕະການຕ້ານພະຍາດໂຄວິດ-19 ໄດ້ຢ່າງເຂັ້ມງວດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ