ແຕກຕື່ນໄປໝົດທີມ..! ຄູຝຶກ ທີມຊາດຕິດເຊື້ອໂຄວິດ-19 ເລັ່ງກວດສອບທຸກໆຄົນໃນທີມອິນໂດເນເຊຍ

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ທະວິດເຕີ ທາງການຂອງ
ສະມາຄົມບານເຕະອິນໂດເນເຊຍ (PSSI) ໄດ້ອອກມາຖະແຫຼງການດ່ວນທີ່ສຸດຢືນຢັນວ່າ: ຕອນນີ້ຄະນະຄູຝຶກທີມຊາດອິນໂດເນເຊຍ
ກໍຄື ກົງ ໂອ ຄະຍຸນ ຕິດເຊື້ອໂຄວິດ-19 ຫຼັງເຂົ້າກວດຫາເຊື້ອ 2 ຄັ້ງໃນໂຮງໝໍທີ່ຈາກາຕາ.

ຫຼ້າສຸດ ສະຫະພັນບານເຕະອິນໂດເນເຊຍ ຈຶ່ງສັ່ງການດ່ວນໃຫ້ ຊິນ ແຕ ຍັງ ຫົວໜ້າຄູຝຶກ, ຄິມ ແຮ ວອນ, ຄິມ ວູ ແຈ ແລະ ລິມ ແຈ ຈອງ ທີມຄະນະຄູຝຶກ ເລັ່ງກວດຫາເຊື້ອ ເຊິ່ງຜົນໃນເບື້ອງຕົ້ນແມ່ນຍັງບໍ່ພົບເຊື້ອ ໂດຍຜ່ານມາທາງສະຫະພັນບານເຕະອິນໂດເນເຊຍ ໄດ້ເນັ້ນໜັກໃຫ້ຜູ້ກ່ຽວຂ້ອງເບິ່ງແຍງຕົນເອງນັບແຕ່ວັນທີ 16 ມີນາເປັນຕົ້ນມາ.

ສໍາລັບ ທີມຊາດອິນໂດເນເຊຍ ຫາກໍແຕ່ງຕັ້ງ ຊິນ ແຕ ຍັງ ແລະ ທີມຄະນະຄູຝຶກຊາວ ສ.ເກົາຫຼີ ໃນຕົ້ນປີຜ່ານມາ ເຊິ່ງມີນັດລົງສະໜາມນັດທໍາອິດໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກຂົງເຂດອາຊີ ກຸ່ມ G ທີ່ຈະບຸກໄປຢາມ ທີມຊາດໄທ ໃນວັນທີ 26 ມີນາຜ່ານມາ ແຕ່ກໍມີການເລື່ອນອອກໄປແບບບໍ່ມີກຳນົດ.

